4.1 KiB
ຂໍ້ມູນທົ່ວໄປ:
ເອຊາຢາເວົ້າກັບປະຊາຊົນຢູດາໃນຮູບແບບຂອງກາບກອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)
ເປັນຫຍັງພວກທ່ານຍັງຖືກຂ້ຽນຕີຢູ່ອີກ? ເປັນຫຍັງພວກທ່ານຈຶ່ງຖືກກະບົດຂຶ້ນເລື້ອຍໆ?
ເອຊາຢາໃຊ້ຄຳຖາມເຫລົ່ານີ້ ເພື່ອຕຳຫນິປະຊາຊົນຢູດາ. ຄຳຖາມນີ້ສາມາດແປໃຫ້ເປັນປະໂຫຍກໄດ້. ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ພວກເຈົ້າຍັງຄົງເຮັດສິ່ງຕ່າງໆທີ່ພຣະຢາເວຕ້ອງລົໂທດພວກເຈົ້າສຳລັບ. ພວກເຈົ້າຍັງສືບຕໍ່ກະບົດຕໍ່ສູ້ພຣະອົງ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-activepassive]])
ພວກທ່ານ
ໃນທີ່ນີ້ຄຳວ່າ "ພວກທ່ານ" ຫມາຍເຖິງປະຊາຊົນຜູ້ທີ່ອາໄສຢູ່ໃນຢູດາ ແລະ ເປັນຈຳນວນຫລາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-you)
ທັງຫົວກໍເຈັບໄປຫມົດ, ທັງຈິດໃຈກໍອ່ອນແອ
ນີ້ເປັນຄຳປຽບທຽບເຖິງຊົນຊາດອິດສະຣາເອນກັບຄົນຜູ້ທີ່ຖືກຂ້ຽນຕີ. ອາດແປໄດ້ອີກວ່າ: "ພວກເຈົ້າເປັນເຫມືອນອີກຄົນຫນຶ່ງ ຜູ້ທີຫົວມີບາດແຜ ແລະ ຜູ້ທີມີຫົວໃຈອ່ອນແອດ້ວຍ" ຫລື "ພວກເຈົ້າເປັນອີກຄົນຫນຶ່ງຜູ້ທີ່ຫມົດທັງຄວາມຄິດ ແລະ ຫົວໃຈເຈັບປ່ວຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)
ບໍ່ມີພາກສ່ວນໃດທີ່ບໍ່ໄດ້ຮັບບາດເຈັບເລີຍ
ສາມາດເວົ້າໃນແງ່ບວກໄດ້. ມັນສາມາດເວົ້າໃນຮູບແບບການກະທຳໄດ້ເຊັ່ນກັນ. ອາດແປໄດ້ອີກວ່າ: "ທຸກພາກສ່ວນຂອງພວກເຈົ້າຖືກເຮັດໃຫ້ເຈັບປວດຫມົດ" ຫລື "ບາງຄົນໄດ້ເຮັດໃຫ້ພວກເຂົ້າເຈັບທຸກພາກສ່ວນຂອງພວກເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublenegatives)
ບາດແຜເຫລົ່ານັ້ນບໍ່ໄດ້ຖືກປິດໄວ້, ບໍ່ໄດ້ເຮັດຄວາມສະອາດ, ບໍ່ໄດ້ຫໍ່ຜ້າ ຫລື ໄດ້ຮັບການຮັກສາດ້ວຍນ້ຳມັນ
ນີ້ແມ່ນການປຽບທຽບການລົງໂທດຂອງພຣະເຈົ້າໄດ້ຖືກມອບໃຫ້ແກ່ອິດສະຣາເອນ ໂດຍບາດແຜທາງດ້ານກາຍຍາພາບ. ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ບໍ່ມີໃຜປົກປິດບາດແຜ, ທຳຄວາມສະອາດ, ບໍ່ໄດ້ພັນແຜ, ຫລື ໄດ້ຮັບການຮັກສາດ້ວຍນໍ້າມັນ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])