4.3 KiB
ຂໍ້ມູນເຊື່ອມຕໍ່:
ໂປໂລຍັງຄົງສືບຕໍ່ປ້ອງກັນເພື່ອກະສັດອັກຄຣິປາ. ໃນຂໍ້ພຣະ ຄັມພີເຫລົ່ານີ້ເຂົາສືບຕໍ່ອ້າງເຖິງການສົນທະນາຂອງເຂົາກັບພຣະຜູ້ເປັນເຈົ້າ.
ເພື່ອເປີດຕາຂອງພວກເຂົາ
ການຊ່ວຍຄົນໃຫ້ເຂົ້າໃຈຄວາມຈິງໄດ້ຖືກກ່າວເຖິງຄືກັບວ່າບຸກຄົນໃດຫນຶ່ງກຳລັງຊ່ວຍຜູ້ໃດຜູ້ຫນຶ່ງໃຫ້ເປີດຕາ. (ເບິ່ງ: rc://*/ta/man/translate/figs-metaphor)
ເຮັດໃຫ້ພວກເຂົາຫັນຈາກຄວາມມືດມາສູ່ຄວາມສະຫວ່າງ
ການຊ່ວຍເຫລືອຜູ້ໃດຜູ້ຫນຶ່ງໃຫ້ຢຸດການເຮັດສິ່ງທີ່ບໍ່ດີແລະເລີ່ມໄວ້ວາງໃຈແລະເຊື່ອຟັງພຣະເຈົ້າຖືກກ່າວເຖິງຄືກັບວ່າຄົນນັ້ນກຳລັງນຳຄົນໃດຄົນຫນຶ່ງອອກຈາກບ່ອນມືດເຂົ້າໄປໃນບ່ອນທີ່ມີແສງສະຫວ່າງ. (ເບິ່ງ: rc://*/ta/man/translate/figs-metaphor)
ເຮັດໃຫ້ພວກເຂົາ ... ຈາກອຳນາດຂອງຊາຕານມາຫາພຣະເຈົ້າ
ການຊ່ວຍເຫລືອຜູ້ໃດຜູ້ຫນຶ່ງໃຫ້ຢຸດເຊົາການເຊື່ອຟັງຊາຕານແລະເລີ່ມເຊື່ອຟັງພຣະເຈົ້າກ່າວເຖິງຄືກັບວ່າບຸກຄົນໃດຫນຶ່ງ ກຳລັງຫັນຫນ້າຄົນແລະນຳພວກເຂົາອອກຈາກສະຖານທີ່ທີ່ຊາຕານປົກຄອງແລະນຳມັນໄປສູ່ບ່ອນທີ່ພຣະເຈົ້າປົກຄອງ. (ເບິ່ງ: rc://*/ta/man/translate/figs-metaphor)
ພວກເຂົາອາດຈະໄດ້ຮັບການອະໄພໃນຄວາມບາບຈາກພຣະເຈົ້າ
ຄຳນາມທີ່ບໍ່ມີຕົວຕົນ "ການໃຫ້ອະໄພ" ສາມາດຖືກກ່າວເຖິງເປັນຄຳກິລິຍາທີ່ວ່າ "ໃຫ້ອະໄພ." ແປໄດ້ອີກວ່າ: "ພຣະເຈົ້າອາດຈະໃຫ້ອະໄພບາບຂອງພວກເຂົາ" (ເບິ່ງ: rc://*/ta/man/translate/figs-abstractnouns)
ມໍຣະດົກທີ່ເຮົາມອບໃຫ້
ຄຳນາມທີ່ບໍ່ມີຕົວຕົນ "ມໍຣະດົກ" ອາດຈະຖືກກ່າວເຖິງເປັນ ຄຳກິລິຍາວ່າ "ສືບທອດ." ແປໄດ້ອີກວ່າ: "ພວກເຂົາອາດຈະສືບທອດມໍຣະດົກທີ່ເຮົາໃຫ້" (ເບິ່ງ: rc://*/ta/man/translate/figs-abstractnouns)
ມໍຣະດົກ
ພອນຕ່າງໆທີ່ພຣະເຢຊູປະທານໃຫ້ແກ່ຜູ້ທີ່ເຊື່ອໃນພຣະອົງແມ່ນເວົ້າຄືກັບວ່າພວກເຂົາເປັນມໍຣະດົກທີ່ເດັກນ້ອຍໄດ້ຮັບຈາກພໍ່ຂອງພວກເຂົາ. (ເບິ່ງ: rc://*/ta/man/translate/figs-metaphor)
ແຍກຕ່າງຫາກສໍາລັບເຮົາ
ພຣະເຢຊູເລືອກຄົນບາງຄົນໃຫ້ເປັນຂອງພຣະອົງເວົ້າຄືກັບວ່າພຣະອົງແຍກພວກເຂົາອອກຈາກຄົນອື່ນ. (ເບິ່ງ: rc://*/ta/man/translate/figs-metaphor)
ໂດຍຄວາມເຊື່ອໃນເຮົາ
"ເພາະວ່າພວກເຂົາເຊື່ອໃນເຮົາ." ໃນທີ່ນີ້ໂປໂລຈົບການອ້າງອີງເຖິງພຣະຜູ້ເປັນເຈົ້າ.