lo_tn/act/25/11.md

2.4 KiB

ຖ້າຂ້າພະເຈົ້າໄດ້ກະທຳຜິດ ... ກໍບໍ່ມີໃຜອາດສົ່ງມອບຂ້າພະເຈົ້າໄປໃຫ້ພວກເຂົາໄດ້

ໂປໂລກຳລັງກ່າວເຖິງສະຖານະການທີ່ສົມມຸດ. ຖ້າເຂົາມີຄວາມຜິດ, ເຂົາຈະຍອມຮັບເອົາການລົງໂທດ, ແຕ່ເຂົາຮູ້ວ່າເຂົາບໍ່ມີຄວາມຜິດ. (ເບິ່ງ: rc://*/ta/man/translate/figs-hypo)

ຖ້າຂ້າພະເຈົ້າກະທຳສິ່ງທີ່ສົມຄວນຕາຍ

"ຖ້າຂ້າພະເຈົ້າໄດ້ເຮັດຜິດບາງຢ່າງທີ່ສົມຄວນໄດ້ຮັບໂທດປະຫານຊີວິດ"

ຖ້າຂໍ້ກ່າວຫາຂອງພວກເຂົາບໍ່ໄດ້ມີຫຍັງ

"ຖ້າການກ່າວຫາຕໍ່ຂ້າພະເຈົ້າບໍ່ແມ່ນຄວາມຈິງ"

ກໍບໍ່ມີໃຜອາດສົ່ງມອບຂ້າພະເຈົ້າໄປໃຫ້ພວກເຂົາໄດ້

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ເຟຊາໂຕບໍ່ມີສິດອຳນາດທາງກົດໝາຍທີ່ຈະມອບໂປໂລໃຫ້ກັບຜູ້ກ່າວຫາທີ່ບໍ່ຖືກຕ້ອງເຫລົ່ານີ້ຫລື 2) ໂປໂລເວົ້າວ່າຖ້າເຂົາບໍ່ໄດ້ເຮັດຫຍັງຜິດ, ຜູ້ປົກຄອງບໍ່ຄວນຍອມຕາມຄຳຮ້ອງຂໍຂອງຊາວຢິວ.

ຂ້າພະເຈົ້າຈະຂໍຈັກກະພັດ

"ຂ້າພະເຈົ້າຂໍໃຫ້ຂ້າພະເຈົ້າໄປຕໍ່ຫນ້າຈັກກະພັດເພື່ອເຂົາຈະຕັດສິນຂ້າພະເຈົ້າ"

ກັບສະພາ

ນີ້ບໍ່ແມ່ນສານຊັນເຮດຣິນທີ່ຖືກກ່າວເຖິງວ່າ "ສະພາ" ຕະຫລອດກິດຈະການ. ນີ້ແມ່ນສະພາການເມືອງໃນລັດຖະບານໂຣມ. ແປໄດ້ອີກວ່າ: "ກັບທີ່ປຶກສາລັດຖະບານຂອງເຂົາເອງ"