2.8 KiB
ຂໍ້ມູນເຊື່ອມຕໍ່:
ເຫດການນີ້ໄດ້ເກີດຂື້ນໃນລະຫວ່າງສີ່ສິບວັນທີ່ພຣະເຢຊູໄດ້ປະກົດຕໍ່ສາວົກຂອງພຣະອົງຫລັງຈາກພຣະອົງໄດ້ຄືນມາຈາກຕາຍ.
ຂໍ້ມູນທົ່ວໄປ:
ທີ່ນີ້ຄຳວ່າ "ພຣະອົງ" ຫມາຍເຖິງພຣະເຢຊູ. ຍົກເວັ້ນທີ່ລະບຸເປັນຢ່າງອື່ນ, ຄຳວ່າ "ທ່ານ" ໃນພຣະທັມກິດຈະການແມ່ນມີຫລາຍຄຳ. (ເບິ່ງ: rc://*/ta/man/translate/figs-youdual)
ເມື່ອພຣະອົງຊົງຮວ່ມກັບພວກເຂົາ
"ເມື່ອພຣະເຢຊູພົບປະກັບພວກອັກຄະສາວົກຂອງພຣະອົງ"
ຄຳສັນຍາຂອງພຣະບິດາເຈົ້າ
ນີ້ແມ່ນການອ້າງອີງເຖິງພຣະວິນຍານບໍຣິສຸດ. ແປໄດ້ອີກວ່າ: "ພຣະວິນຍານບໍຣິສຸດ,ເຊິ່ງພຣະບິດາຊົງສັນຍາວ່າຈະສົ່ງມາ"(ເບິ່ງ: rc://*/ta/man/translate/figs-metonymy)
ທີ່ພຣະອົງໄດ້ກ່າວໄວ້ວ່າ
ຖ້າທ່ານໄດ້ແປປະໂຫຍກທີ່ຜ່າມມາເພື່ອລວມຄຳວ່າ "ພຣະວິນຍານບໍຣິສຸດ" ທ່ານສາມາດປ່ຽນຄຳວ່າ ''ທີ່" ເປັນ "ໃຜ" ແປໄດ້ອີກວ່າ: "ທີ່ພຣະເຢຊູກ່າວວ່າ"
ໂຢຮັນໄດ້ຮັບບັບຕິສະມາດ້ວຍນໍ້າ ... ບັບຕິສະມາໃນພຣະວິນຍານບໍຣິສຸດ
ພຣະເຢຊູຊົງປຽບທຽບວິທີທີ່ໂຢຮັນໃຫ້ຜູ້ຄົນຮັບບັບຕິສະມາໃນນໍ້າກັບວິທີທີ່ພຣະເຈົ້າຈະໃຫ້ບັບຕິສະມາຜູ້ທີ່ເຊື່ອໃນພຣະວິນຍານບໍຣິສຸດ.
ໂຢຮັນໄດ້ຮັບບັບຕິສະມາດ້ວຍນໍ້າ
"ໂຢຮັນຈຶ່ງຮັບບັບຕິສະມາປະຊາຊົນດ້ວຍນໍ້າ"
ທ່ານຈະໄດ້ຮັບການບັບຕິສະມາ
ນີ້ສາມາດລະບຸໄດ້ໃນຮູບແບບທີ່ໃຊ້ງານ.ແປໄດ້ອີກວ່າ: "ພຣະເຈົ້າຈະໃຫ້ທ່ານລ້າງບາບ" (ເບິ່ງ: rc://*/ta/man/translate/figs-activepassive)