4.7 KiB
ຂໍ້ມູນເຊື່ອມຕໍ່:
ຂະນະນີ້ໂປໂລໄດ້ປ່ຽນຫົວຂໍ້.
ຂໍ້ມູນທົ່ວໄປ:
ໂປໂລໂມທະນາຂອບພຣະຄຸນພຣະເຈົ້າສໍາລັບຜູ້ທີ່ເຊື່ອ ເເລະ ຫນູນໃຈພວກເຂົາ.
ເເຕ່
ໃນນີ້ໂປໂລໃຊ້ຄໍານີ້ເພື່ອເປັນເຄື່ອງຫມາຍໃນການປ່ຽນຫົວເລື່ອງ.
ພວກເຮົາຄວນ
ໃນທີ່ນີ້ "ພວກເຮົາ" ຫມາຍເຖິງ ໂປໂລ, ຊີລາ ເເລະ ຕີໂມທຽວ.
ພວກເຮົາຄວນໂມທະນາຂອບພຣະຄຸນພຣະເຈົ້າສະເຫມີ
ນີ້ເເມ່ນຄໍາເວົ້າເກີນຄວາມຈິງ. ເເປອີກຢ່າງວ່າ: "ເຮົາຄວນໂມທະນາຂອບພຣະຄຸນພຣະເຈົ້າຢ່າງຕໍ່ເນື່ອງ" (ເບິ່ງ: rc://*/ta/man/translate/figs-hyperbole)
ອ້າຍນ້ອງ
ໃນນີ້ "ອ້າຍນ້ອງ" ຫມາຍເຖິງ ພີ່ນ້ອງຄຣິສະຕຽນທັງຫລາຍ, ຊຶ່ງລວມທັງຜູ້ຊາຍ ເເລະ ເເມ່ຍິງ. ເເປອີກຢ່າງວ່າ: "ພີ່ນ້ອງຊາຍ ເເລະ ຍິງ" (ເບິ່ງ: rc://*/ta/man/translate/figs-gendernotations)
ອ້າຍນ້ອງຜູ້ເປັນທີ່ຮັກຂອງອົງພຣະຜູ້ເປັນເຈົ້າ
ປະໂຫຍກນີ້ເປັນປະໂຫຍກທີ່ໃຊ້ງານຢູ່ເວລານີ້. ອາດເເປອີກຢ່າງວ່າ: "ເພາະວ່າພຣະເຈົ້າຮັກເຈົ້າ ພີ່ນ້ອງທັງຫລາຍເອີຍ" (ເບິ່ງ: rc://*/ta/man/translate/figs-activepassive)
ໃນຖານະທີ່ເປັນຜົນແລກແຫ່ງຄວາມລອດພົ້ນ
"ເພື່ອທີ່ຈະເປັນກຸ່ມຄົນທຳອິດທີ່ເຊື່ອໃນພຣະເຢຊູ ແລະ ໄດ້ຮັບຄວາມລອດພົ້ນ".
ໃນການຊໍາຣະໃຫ້ບໍຣິສຸດຂອງພຣະວິນຍານ
"ເເລະ ເພື່ອທີ່ຈະເເຍກຕົວທ່ານສໍາລັບພຣະອົງໂດຍພຣະວິນຍານຂອງພຣະອົງເອງ".
ການເຊື່ອໃນຄວາມຈິງ
"ໄວ້ວາງໃຈໃນຄວາມຈິງ" ຫລື "ຫມັ້ນໃຈໃນຄວາມຈິງ".
ດັ່ງນັ້ນ, ພີ່ນ້ອງທັງຫລາຍ ຈົ່ງຕັ້ງຫມັ້ນຄົງຢູ່
ໂປໂລຕັກເຕືອນຜູ້ທີ່ເຊື່ອໃຫ້ຍຶດຖືຄວາມເຊື່ອໃນພຣະເຢຊູໄວ້ໃຫ້ຫມັ້ນ.
ຍຶດຖືເອົາຄວາມຈິງ
ໃນນີ້ຄໍາວ່າ "ຄວາມຈິງ" ຫມາຍເຖິງ ຄວາມຈິງໃນພຣະຄຣິດ ທີ່ໂປໂລ ເເລະ ອັກຄະສາວົກໄດ້ສອນໄວ້. ໂປໂລເວົ້າເຖິງພວກເຂົາຄ້າຍກັບວ່າຖ້າຫາກຜູ້ອ່ານຂອງເພິ່ນສາມາດຍຶດຫມັ້ນໄວ້ກັບພວກເຂົາດ້ວຍມືຂອງພວກເຂົາເອງ. ເເປອີກຢ່າງວ່າ: "ຈົ່ງຈົດຈໍາຄວາມຈິງ" (ເບິ່ງ: rc://*/ta/man/translate/figs-metaphor)
ທີ່ພວກທ່ານໄດ້ຮຽນ
ປະໂຫຍກນີ້ເປັນປະໂຫຍກທີ່ໃຊ້ງານຢູ່ເວລານີ້. ອາດເເປອີກຢ່າງວ່າ: "ພວກເຮົາໄດ້ສອນທ່ານແລ້ວ" (ເບິ່ງ: rc://*/ta/man/translate/figs-activepassive)
ທັງທາງຖ້ອຍຄຳ ຫລື ໂດຍທາງຈົດຫມາຍ
ທ່ານສາມາດເຮັດໃຫ້ຂໍ້ມູນສົມບູນໄດ້ແຈ້ງຂຶ້ນໄດ້. ເເປອີກຢ່າງວ່າ: "ບໍ່ວ່າໂດຍສິ່ງທີ່ພວກເຮົາໄດ້ສອນທ່ານດ້ວຍຕົວເອງ ຫລື ໂດຍສິ່ງທີ່ພວກເຮົາໄດ້ຂຽນຈົດຫມາຍຫາທ່ານ" (ເບິ່ງ: rc://*/ta/man/translate/figs-explicit)