lo_tn/isa/66/24.md

28 lines
2.1 KiB
Markdown
Raw Normal View History

2021-06-16 18:29:23 +00:00
# ຂໍ້ມູນທົ່ວໄປ:
ພຣະຢາເວສິ້ນສຸດການເວົ້າ.
# ພວກເຂົາຈະອອກໄປ
ທີ່ນີ້ “ ພວກເຂົາ” ຫມາຍເຖິງປະຊາຊົນທຸກຄົນ, ຊາວອິດສະຣາເອນທີ່ສັດຊື່ ແລະ ຄົນຕ່າງຊາດ, ຜູ້ທີ່ມານະມັດສະການພຣະຢາເວ.
# ຫນອນ ... ແລະໄຟ
ຫົວຂໍ້ທັງສອງອະທິບາຍເຖິງຄວາມຄິດດຽວກັນ ເພື່ອເນັ້ນຫນັກການລົງໂທດຂອງພຣະຢາເວ. (ເບິ່ງເພີ້ມເຕີມ: [[rc://*/ta/man/translate/figs-parallelism]])
# ຫນອນທີ່ກັດກິນພວກເຂົາ
ຫນອນເຫລົ່ານີ້ສະແດງເຖິງຄວາມສະຍອງຂວັນແຫ່ງການພຸພັງ ແລະ ເນົ່າເປື່ອຍເຊິ່ງເປັນການລົງໂທດຂອງພຣະຢາເວຕໍ່ຄົນຊົ່ວຮ້າຍ. (ເບິ່ງເພີ້ມເຕີມ: [[rc://*/ta/man/translate/figs-metonymy]])
# ໄຟທີ່ເຜົາຜານ
ໄຟຍັງຫມາຍເຖິງການພິພາກສາຂອງພຣະຢາເວ. (ເບິ່ງເພີ້ມເຕີມ: [[rc://*/ta/man/translate/figs-metonymy]])
# ມັນຈະບໍ່ດັບ
ສິ່ງສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ຈະເຜົາໄຫມ້ຕະຫລອດໄປ" (ເບິ່ງເພີ້ມເຕີມ: [[rc://*/ta/man/translate/figs-litotes]])
# ມະນຸດທຸກຄົນ
ການສະແດງອອກນີ້ແມ່ນໃຫ້ເຫັນເຖິງສິ່ງມີຊີວິດທີ່ຖືກສ້າງຂື້ນທັງຫມົດ ທີ່ຫົດຕົວຈາກຄວາມຕາຍ. (ເບິ່ງເພີ້ມເຕີມ: [[rc://*/ta/man/translate/figs-metonymy]])