lo_tn/isa/60/17.md

20 lines
2.9 KiB
Markdown
Raw Normal View History

2021-06-16 18:29:23 +00:00
# ຂໍ້ມູນທົ່ວໄປ:
ພຣະຢາເວຍັງສືບຕໍ່ກ່າວກັບປະຊາຊົນອິດສະຣາເອນຕໍ່ໄປ.
# ຈະນຳທອງສຳຣິດມາແທນໄມ້, ຈຳນຳເຫລັກມາແທນກ້ອນຫີນ
ພຣະຢາເວຈະມອບວັດຖຸປຸກສ້າງທີ່ມີຄ່າຫລາຍກວ່າເກົ່າແກ່ພວກເຂົາໃນຕອນນີ້. ອາດແປໄດ້ອີກ: "ແທນທີ່ຈະເປັນໄມ້, ເຮົາຈະເອົາທອງສໍາຣິດມາແທນ, ແລະແທນທີ່ຈະເປັນຫີນ, ເຮົາຈະນຳເຫລັກມາແທນ" (ເບິ່ງເພີ້ມເຕີມ: [[rc://*/ta/man/translate/figs-ellipsis]])
# ເຮົາຈະແຕ່ງຕັ້ງຄວາມສະຫງົບສຸກໃຫ້ເປັນເຈົ້າເມືອງຂອງເຈົ້າ, ແລະຄວາມຍຸດຕິທຳເປັນພວກຜູ້ປົກຄອງຂອງເຈົ້າ
ພຣະຢາເວອະທິບາຍເຖິງ "ຄວາມສະຫງົບສຸກ" ແລະ "ຄວາມຍຸດຕິທຳ" ໃນຖານະເປັນຜູ້ປົກຄອງຂອງມະນຸດ. ນີ້ຫມາຍຄວາມວ່າມັນຈະມີຄວາມສະຫງົບສຸກ ແລະ ຄວາມຍຸດຕິທຳໃນແຜ່ນດິນອິດສະຣາເອນຢ່າງສົມບູນ. (ເບິ່ງເພີ້ມເຕີມ: [[rc://*/ta/man/translate/figs-personification]])
# ຈະບໍ່ໄດ້ຍິນເຖິງ ຄວາມທາລຸນໃນແຜ່ນດິນຂອງເຈົ້າອີກຕໍ່ໄປ
ນີ້ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ຈະບໍ່ມີການລາຍງານຄວາມຮຸນແຮງໃນແຜ່ນແດນຂອງເຈົ້າອີກຕໍ່ໄປ" (ເບິ່ງເພີ້ມເຕີມ: [[rc://*/ta/man/translate/figs-activepassive]])
# ແຕ່ເຈົ້າຈະເອີ້ນກຳແພງຂອງເຈົ້າວ່າຄວາມລອດ, ແລະເອີ້ນປະຕູເມືອງຂອງເຈົ້າວ່າການສັນລະເສີນ
ວັດຖຸທາງດ້ານຮ່າງກາຍມີຊື່ຂອງຄຸນນະສົມບັດທາງວິນຍານ. ນະຄອນເຢຣູຊາເລັມຈະເປັນສະຖານທີ່ປອດໄພ, ແລະ ປະຊາຊົນຢູ່ທີ່ນັ້ນກໍ່ຈະສັນລະເສີນພຣະຢາເວ. (ເບິ່ງເພີ້ມເຕີມ: [[rc://*/ta/man/translate/figs-metonymy]])