lo_tn/isa/57/14.md

16 lines
2.5 KiB
Markdown
Raw Permalink Normal View History

2021-06-16 18:29:23 +00:00
# ຈົ່ງສ້າງຂຶ້ນ, ສ້າງຂຶ້ນເຖີດ! ຈົ່ງເປີດທາງ! ຈົ່ງເອົາກ້ອນຫິນທີ່ເຮັດໃຫ້ສະດຸດອອກໄປຈາກເສັ້ນທາງຂອງຊົນຊາດຂອງເຮົາ
ພຣະຢາເວເນັ້ນຫນັກແລະຮີບດ່ວນເປີດຫົນທາງ ແລະ ເຮັດໃຫ້ຫົນທາງຮາບພຽງສໍາລັບປະຊາຊົນຈະກັບຄືນມາຫາພຣະອົງ ແລະ ບໍ່ມີອຸປະສັກທີ່ຈະນະມັດສະການພຣະຢາເວ. ສິ່ງນີ້ເວົ້າເຖິງບົດ 40: 3. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ເພາະວ່ານີ້ຄືອົງຜູ້ສູງເດັ່ນແລະສູງສົ່ງຜູ້ທີ່ກ່າວວ່າ
ຄຳວ່າ "ສູງເດັ່ນ" ແລະ "ສູງສົງ" ໂດຍພື້ນຖານແລ້ວມີຄວາມ ຫມາຍອັນດຽວກັນ ແລະ ເນັ້ນຫນັກວ່າພຣະຢາເວທີ່ສູງສົ່ງ. ເບິ່ງວິທີທີ່ທ່ານແປສິ່ງນີ້ໃນບົດ 6: 1 ແລະ 33:10. ເບິ່ງວິທີທີ່ທ່ານແປສໍານວນທີ່ຄ້າຍຄືກັນນີ້ໃນບົດ 52:13.
# ເພື່ອຟື້ນຟູວິນຍານຂອງພວກຄົນທີ່ຖ່ອມໃຈ, ແລະເພື່ອຟື້ນຟູຈິດໃຈຂອງຜູ້ທີ່ສຳນຶກຜິດ
ສອງສໍານວນນີ້ມີຄວາມຫມາຍໂດຍພື້ນຖານແລ້ວແມ່ນສິ່ງດຽວກັນ ແລະ ເນັ້ນຫນັກວ່າພຣະຢາເວຈະເພີ່ມກຳລັງ ແລະ ຊຸກຍູ້ຜູ້ທີ່ຖ່ອມຕົວຕໍ່ຫນ້າພຣະອົງ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-parallelism]])
# ວິນຍານ ... ຈິດໃຈ
ສິ່ງເຫລົ່ານີ້ຫມາຍເຖິງຄວາມຄິດ ແລະ ອາລົມຂອງບຸກຄົນ, ບໍ່ແມ່ນວິນຍານ ແລະ ຈິດໃຈທີ່ແທຈິງ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]])