lo_tn/isa/53/01.md

24 lines
3.4 KiB
Markdown
Raw Permalink Normal View History

2021-06-16 18:29:23 +00:00
# ຂໍ້ມູນທົ່ວໄປ:
ຕໍ່ໄປນີ້ເອຊາຢາໄດ້ອະທິບາຍເຖິງເຫດການທີ່ຈະເກີດຂື້ນໃນອະນາຄົດຄືກັບວ່າມັນໄດ້ເກີດຂື້ນໃນອະດີດ. ນີ້ໄດ້ເນັ້ນຫນັກວ່າພວກເຂົາຈະເກີດຂື້ນຢ່າງແນ່ນອນ. (ເບີ່ງເພີ່ມເຕີ່ມ: [[rc://*/ta/man/translate/figs-pastforfuture]])
# ຂໍ້ມູນທົ່ວໄປ:
ເອຊາຢາໄດ້ອະທິບາຍເຖິງຜູ້ຮັບໃຊ້ຂອງພຣະຢາເວຕໍ່ໄປ.
# ມີໃຜໄດ້ເຊື່ອສິ່ງທີ່ພວກເຂົາໄດ້ຍິນຈາກພວກເຮົາ
ສິ່ງທີ່ເອຊາຢາຫາກໍ່ຄົ້ນພົບນັ້ນມັນຫນ້າງຶດງໍ້ຫລາຍຈົນລາວສົງໄສວ່າບັນດາຜູ້ທີ່ຖືກເນລະເທດຈະເຊື່ອຫລືບໍ. "ພວກເຮົາ" ປະກອບມີລາວ ແລະ ຜູ້ທີ່ຖືກເນລະເທດນໍາ. ອາດແປໄດ້ອີກວ່າ: "ມັນຍາກສຳລັບຄົນທີ່ຈະເຊື່ອສິ່ງທີ່ພວກເຮົາໄດ້ຍິນ" (ເບີ່ງເພີ່ມເຕີ່ມ: [[rc://*/ta/man/translate/figs-inclusive]] ແລະ [[rc://*/ta/man/translate/figs-rquestion]])
# ແຂນຂອງພຣະຢາເວໄດ້ຊົງສຳແດງຕໍ່ຜູ້ໃດ?
ແຂນຫມາຍເຖິງອຳນາດຂອງພຣະເຈົ້າ. ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ແລະພຣະຢາເວ ໄດ້ເປີດເຜີຍອໍານາດຂອງພຣະອົງຕໍ່ປະຊາຊົນ." (ເບີ່ງເພີ່ມເຕີ່ມ: [[rc://*/ta/man/translate/figs-metonymy]] ແລະ [[rc://*/ta/man/translate/figs-activepassive]] ແລະ [[rc://*/ta/man/translate/figs-rquestion]])
# ລາວໄດ້ເຕີບໂຕຂຶ້ນຕໍ່ພຣະພັກພຣະຢາເວເຫມືອນກັບຕົ້ນອ່ອນ
ໃນນີ້ຄຳວ່າ “ລາວ” ກມາຍຖິງຜູ້ຮັບໃຊ້ຂອງພຣະເຈົ້າເຊິ່ງເອຊາຢາປຽບທຽບກັບຕົ້ນໄມ້ອ່ອນ. ສິ່ງນີ້ເນັ້ນຫນັກວ່າລາວຈະປະກົດຕົວອ່ອນແອ. (ເບີ່ງເພີ່ມເຕີ່ມ: [[rc://*/ta/man/translate/figs-simile]])
# ຫນໍ່ທີ່ແຕກອອກມາຈາກພື້ນດິນທີ່ແຫ້ງແລ້ງ
"ພື້ນດິນທີ່ແຫ້ງແລ້ງ" ເປັນດິນທີ່ແຂງ ແລະ ແຫ້ງເຊິ່ງຈະບໍ່ຍ້ອມໃຫ້ຕົ້ນໄມ້ເຕີບໃຫຍ່ ແລະ ເປັນຕົວແທນຂອງຜູ້ຮັບໃຊ້ຂອງພຣະຢາເວທີ່ຈະມາ. ອາດແປໄດ້ອີກວ່າ: "ອອກຈາກສະຖານະການທີ່ເປັນໄປບໍ່ໄດ້" (ເບີ່ງເພີ່ມເຕີ່ມ: [[rc://*/ta/man/translate/figs-metaphor]])