lo_tn/isa/44/03.md

28 lines
3.5 KiB
Markdown
Raw Permalink Normal View History

2021-06-16 18:29:23 +00:00
# ຂໍ້ມູນທົ່ວໄປ:
ພຣະຢາເວຍັງສືບຕໍ່ເວົ້າຕໍ່ປະຊາຊົນອິດສະຣາເອນຕໍ່ໄປ.
# ເພາະເຮົາຈະຫົດນ້ຳໃສ່ພື້ນດິນທີ່ຂາດນ້ຳ, ແລະກະແສນ້ຳໄຫລລົງສູ່ພື້ນດິນແຫ້ງ
ພຣະຢາເວກ່າວເຖິງການໃຫ້ພຣະວິນຍານຂອງພຣະອົງແກ່ປະຊາຊົນອິດສະຣາເອນຄືກັບວ່າພຮະອົງກຳລັງເຮັດໃຫ້ຝົນຕົກ ແລະໃຫ້ສາຍນໍ້າໄຫລລົງສູ່ພື້ນດິນແຫ້ງ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ພື້ນດິນທີ່ຂາດນ້ຳ
ພື້ນດິນທີ່ແຫ້ງແລ້ງຖືກເວົ້າເຖິງຄືກັບວ່າມັນເປັນຄົນທີ່ຫິວນໍ້າ. ອາດແປໄດ້ອີກວ່າ: "ພື້ນດິນທີ່ແຫ້ງແລ້ງ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]] ແລະ [[rc://*/ta/man/translate/figs-personification]])
# ເຮົາຈະຖອກພຣະວິນຍານຂອງເຮົາລົງເທິງເຊື້ອສາຍຂອງເຈົ້າ
ພຣະຢາເວກ່າວເຖິງການໃຫ້ພຣະວິນຍານຂອງພຣະອົງແກ່ປະຊາຊົນຄືກັບວ່າພຣະວິນຍານຂອງພຣະອົງເປັນຂອງແຫຼວທີ່ພຣະອົງຖອກເທລົງໃສ່ພວກເຂົາ. ອາດແປໄດ້ອີກວ່າ: "ຂ້ອຍຈະໃຫ້ພຣະວິນຍານຂອງເຮົາແກ່ລູກຫລານຂອງເຈົ້າ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ແລະຖອກເທພຣະພອນຂອງເຮົາລົງເທິງເຊື້ອສາຍຂອງເຈົ້າ
ກໍາກິລະຍາອາດມາຈາກສໍານວນກ່ອນຫນ້ານີ້. ອາດແປໄດ້ອີກວ່າ: "ແລະເຮົາຈະຖອກເທພຣະພອນເທິງລູກຫລານຂອງເຈົ້າ" ຫລື "ແລະເຮົາຈະໃຫ້ພອນແກ່ລູກຫລານຂອງເຈົ້າ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-ellipsis]])
# ພວກເຂົາຈະປົ່ງຂຶ້ນມາທ່າມກາງຕົ້ນຫຍ້າຄືກັນກັບຕົ້ນໄມ້ທັງຫລາຍທີ່ຢູ່ຕາມແຄມສາຍນ້ຳ
ປະຊາຊົນອິດສະຣາເອນຈະເລີນຮຸ່ງເຮືອງ ແລະທະວີຄູນເວົ້າໄດ້ຄືກັບວ່າພວກເຂົາເປັນພືດທີ່ເຕີບໃຫຍ່ຍ້ອນວ່າພວກມັນມີນໍ້າອຸດົມສົມບູນ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ຕົ້ນພຸ້ມໄມ້
ຕົ້ນພຸ້ມໄມ້ແມ່ນຕົ້ນໄມ້ທີ່ມີກິ່ງງ່າບາງໆທີ່ເຕີບໃຫຍ່ໃກ້ແມ່ນໍ້າ.