lo_tn/isa/29/09.md

20 lines
4.7 KiB
Markdown
Raw Permalink Normal View History

2021-06-16 18:29:23 +00:00
# ຈົ່ງເຮັດຕົວເອງໃຫ້ພິສະວົງ ແລະ ຕົກຕະລຶງ
ຄຳວ່າ "ຕົວເອງ" ຫມາຍເຖິງປະຊາຊົນເຢຣູຊາເລັມ. ຍ້ອນພວກເຂົາຕົກຕະລຶງ ສາມາດຖືກເຮັດໃຫ້ແຈ່ມແຈ້ງຂຶ້ນໄດ້. ອາດແປໄດ້ອີກວ່າ: "ຈົ່ງຕົກຕະລຶງເຖິງສິ່ງທີ່ເຮົາກຳລັງຈະບອກພວກເຈົ້າ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-explicit]] ແລະ [[rc://*/ta/man/translate/figs-doublet]])
# ຈົ່ງເຮັດຕົວເອງໃຫ້ມືດບອດ
ປະຊາຊົນປະຕິເສດສິ່ງທີ່ພຣະຢາເວເວົ້າ ຖືກເວົ້າເຫມືອນກັບວ່າພວກເຂົາໄດ້ເຮັດໃຫ້ພວກເຂົາຕາບອດ. ອາດແປໄດ້ອີກວ່າ: "ຍັງສືບຕໍ່ປະຕິເສດ ແລະມືດບອດຝ່າຍວິນຍານໃນສິ່ງທີ່ເຮົາກຳລັງສຳແດງແກ່ພວກເຈົ້າ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ຈົ່ງມືນເມົາແຕ່ບໍ່ແມ່ນດ້ວຍເຫລົ້າອະງຸ່ນ; ຈົ່ງໂຊເຊໄປ, ແຕ່ບໍ່ແມ່ນດ້ວຍເມໄຮ
ປະຊາຊົນບໍ່ມີຄວາມຄິດ ແລະບໍ່ເຂົ້າໃຈສິ່ງທີ່ພຣະຢາເວກຳລັງກະທຳການຢູ່ ຖືກເວົ້າເຫມືອນກັບວ່າ ພວກເຂົາມືນເມົາ. ອາດແປໄດ້ອີກວ່າ: "ເປັນຄົນບໍ່ມີຄວາມຄິດເຫມືອນກັບຄົນມືນເມົາ, ແຕ່ມັນບໍ່ແມ່ນເພາະຍ້ອນພວກເຈົ້າເມົາເຫລົ້າອະງຸ່ນ ຫລື ເບຍ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ເພາະພຣະຢາເວໄດ້ຊົງເທວິນຍານແຫ່ງການຫລັບສະນິດ
ທີ່ນີ້ "ວິນຍານຂອງ" ຫມາຍເຖິງ "ມີບຸກຂະລິກຂອງຄົນ" ເປັນການນອນຫລັບ. ພຣະຢາເວເຮັດໃຫ້ປະຊາຊົນຫລັບສະຫນິດ ຖືກເວົ້າເຫມືອນກັບວ່າ "ວິນຍານ" ເປັນຂອງແຫລວທີ່ເຂົາສາມາດຖອກມັນອອກໄປໃສ່ຄົນໄດ້. ຄຳວ່າ "ຫລັບສະຫນິດ" ເປັນຕົວແທນເຖິງຄົນທີ່ບໍ່ມີຄວາມຮູ້ສຶກ ແລະບໍ່ສາມາດເຂົ້າໃຈໃນສິ່ງທີ່ພຣະຢາເວກຳລັງເຮັດຢູ່. ອາດແປໄດ້ອີກວ່າ: "ເຫດຜົນທີ່ພວກເຈົ້າເປັນຄົນບໍ່ມີຄວາມຄິດ ຍ້ອນວ່າພຣະຢາເວໄດ້ເຮັດໃຫ້ວິນຍານຫລັບສະນິດແລ້ວ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ພຣະອົງໄດ້ຊົງປິດຕາຂອງພວກເຈົ້າແລ້ວ ແລະ ພວກຜູ້ທຳນາຍພຣະອົງໄດ້ຊົງຄຸມຫົວຂອງພວກເຈົ້າແລ້ວ
ພຣະຢາເວເຮັດໃຫ້ປະຊາຊົນເປັນຄົນບໍ່ມີຄວາມຄິດ ແລະບໍ່ເຂົ້າໃຈສິ່ງທີ່ພຣະອົງກຳລັງເຮັດຢູ່ ຖືກເວົ້າເຫມືອນກັບວ່າ ພຣະອົງໄດ້ຊົງປິດຕາຂອງພວກເຈົ້າແລ້ວ ແລະ ພຣະອົງໄດ້ຊົງຄຸມຫົວຂອງພວກເຂົາຈະບໍ່ສາມາດເຫັນໄດ້. ອາດແປໄດ້ອີກວ່າ: "ມັນເປັນເຫມືອນວ່າ ພຣະຢາເວໄດ້ຊົງປິດຕາຂອງພວກຜູ້ປະກາດພຣະທັມແລ້ວ ແລະ ພວກຜູ້ທຳນາຍພຣະອົງໄດ້ຊົງຄຸມຫົວຂອງພວກເຈົ້າແລ້ວ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])