lo_jhn_text_ulb_l3/17/09.txt

1 line
1.5 KiB
Plaintext

\v 9 ຂ້າ­ນ້ອຍອ້ອນ­ວອນເພື່ອພວກເຂົາ. ຂ້າ­ນ້ອຍບໍ່ໄດ້ອ້ອນວອນເພື່ອໂລກ, ແຕ່ເພື່ອຄົນເຫລົ່າ­ນັ້ນທີ່ພຣະ­ອົງປຣະທານແກ່ຂ້ານ້ອຍ, ເພາະ­ວ່າເຂົາເປັນຂອງພຣະ­ອົງ. \v 10 ທຸກສິ່ງທີ່ເປັນຂອງຂ້າ­ນ້ອຍກໍເປັນຂອງພຣະ­ອົງ ແລະທຸກສິ່ງທີ່ເປັນຂອງພຣະ­ອົງກໍເປັນຂອງຂ້າ­ນ້ອຍ ແລະຂ້າ­ນ້ອຍໄດ້ຮັບກຽດ­ຕິ­ຍົດໃນສິ່ງເຫລົ່ານັ້ນ. \v 11 ຂ້ານ້ອຍຈະບໍ່ຢູ່ໃນໂລກນີ້ອີກ ແຕ່ພວກເຂົາຍັງຢູ່ໃນໂລກນີ້ ແລະຂ້ານ້ອຍກຳ­ລັງຈະໄປຫາພຣະ­ອົງ ແຕ່ພຣະ­ບິ­ດາຜູ້ບໍ­ຣິສຸດ, ຂໍພຣະ­ອົງຊົງພິທັກ­ຮັກ­ສາເຂົາໄວ້ໂດຍຣິດອຳນາດແຫ່ງພຣະນາມຂອງພຣະອົງຄືພຣະນາມທີ່ພຣະອົງໄດ້ປຣະທານໃຫ້ແກ່ຂ້ານ້ອຍນັ້ນ ເພື່ອເຂົາຈະເປັນອັນໜຶ່ງອັນດຽວກັນ ເໝືອນດັ່ງຂ້ານ້ອຍກັບພຣະອົງ.