2019-10-02 00:24:47 +00:00
|
|
|
\v 9 ຂ້ານ້ອຍອ້ອນວອນເພື່ອພວກເຂົາ. ຂ້ານ້ອຍບໍ່ໄດ້ອ້ອນວອນເພື່ອໂລກ, ແຕ່ເພື່ອຄົນເຫລົ່ານັ້ນທີ່ພຣະອົງປຣະທານແກ່ຂ້ານ້ອຍ, ເພາະວ່າເຂົາເປັນຂອງພຣະອົງ. \v 10 ທຸກສິ່ງທີ່ເປັນຂອງຂ້ານ້ອຍກໍເປັນຂອງພຣະອົງ ແລະທຸກສິ່ງທີ່ເປັນຂອງພຣະອົງກໍເປັນຂອງຂ້ານ້ອຍ ແລະຂ້ານ້ອຍໄດ້ຮັບກຽດຕິຍົດໃນສິ່ງເຫລົ່ານັ້ນ. \v 11 ຂ້ານ້ອຍຈະບໍ່ຢູ່ໃນໂລກນີ້ອີກ ແຕ່ພວກເຂົາຍັງຢູ່ໃນໂລກນີ້ ແລະຂ້ານ້ອຍກຳລັງຈະໄປຫາພຣະອົງ ແຕ່ພຣະບິດາຜູ້ບໍຣິສຸດ, ຂໍພຣະອົງຊົງພິທັກຮັກສາເຂົາໄວ້ໂດຍຣິດອຳນາດແຫ່ງພຣະນາມຂອງພຣະອົງຄືພຣະນາມທີ່ພຣະອົງໄດ້ປຣະທານໃຫ້ແກ່ຂ້ານ້ອຍນັ້ນ ເພື່ອເຂົາຈະເປັນອັນໜຶ່ງອັນດຽວກັນ ເໝືອນດັ່ງຂ້ານ້ອຍກັບພຣະອົງ.
|