lo_jhn_text_ulb_l3/08/42.txt

1 line
1.5 KiB
Plaintext

\v 42 ພຣະ­ເຢຊູບອກພວກເຂົາວ່າ, “ຖ້າພຣະ­ເຈົ້າຊົງເປັນພຣະບິດາຂອງທ່ານ, ທ່ານຈະຮັກເຮົາ ເພາະເຮົາມາຈາກພຣະ­ເຈົ້າແລະເຮົາຢູ່ທີ່ນີ້ ເພາະເຮົາບໍ່ໄດ້ມາດ້ວຍຕົວຂອງເຮົາເອງ ແຕ່ພຣະບິດາສົ່ງເຮົາມາ. \v 43 ເປັນຫຍັງທ່ານບໍ່ເຂົ້າ­ໃຈຄຳເວົ້າຂອງເຮົາ? ນັ້ນເປັນເພາະທ່ານບໍ່ໄດ້ຍິນຄຳຂອງເຮົາ. \v 44 ທ່ານມາຈາກພໍ່ຂອງທ່ານຄືມານ, ແລະພວກທ່ານມີ­ໃຈຢາກເຮັດຕາມຄວາມປາຖນາຂອງພໍ່ທ່ານ. ພໍ່ຂອງທ່ານເປັນຜູ້ຂ້າຄົນຕັ້ງ­ແຕ່ເດີມມາແລ້ວ ແລະມັນບໍ່ໄດ້ຕັ້ງຢູ່ໃນຄວາມຈິງ, ເພາະວ່າໃນຕົວມັນບໍ່ມີຄວາມຈິງເລີຍ. ເມື່ອມັນເວົ້າຕົວະ ມັນກໍເວົ້າຕາມທັມະຊາດຂອງມັນ, ເພາະມັນເປັນຜູ້ເວົ້າຕົວະແລະເປັນພໍ່ຂອງການຕົວະ.