2019-10-01 10:54:46 +00:00
|
|
|
\v 42 ພຣະເຢຊູບອກພວກເຂົາວ່າ, “ຖ້າພຣະເຈົ້າຊົງເປັນພຣະບິດາຂອງທ່ານ, ທ່ານຈະຮັກເຮົາ ເພາະເຮົາມາຈາກພຣະເຈົ້າແລະເຮົາຢູ່ທີ່ນີ້ ເພາະເຮົາບໍ່ໄດ້ມາດ້ວຍຕົວຂອງເຮົາເອງ ແຕ່ພຣະບິດາສົ່ງເຮົາມາ. \v 43 ເປັນຫຍັງທ່ານບໍ່ເຂົ້າໃຈຄຳເວົ້າຂອງເຮົາ? ນັ້ນເປັນເພາະທ່ານບໍ່ໄດ້ຍິນຄຳຂອງເຮົາ. \v 44 ທ່ານມາຈາກພໍ່ຂອງທ່ານຄືມານ, ແລະພວກທ່ານມີໃຈຢາກເຮັດຕາມຄວາມປາຖນາຂອງພໍ່ທ່ານ. ພໍ່ຂອງທ່ານເປັນຜູ້ຂ້າຄົນຕັ້ງແຕ່ເດີມມາແລ້ວ ແລະມັນບໍ່ໄດ້ຕັ້ງຢູ່ໃນຄວາມຈິງ, ເພາະວ່າໃນຕົວມັນບໍ່ມີຄວາມຈິງເລີຍ. ເມື່ອມັນເວົ້າຕົວະ ມັນກໍເວົ້າຕາມທັມະຊາດຂອງມັນ, ເພາະມັນເປັນຜູ້ເວົ້າຕົວະແລະເປັນພໍ່ຂອງການຕົວະ.
|