Mon Sep 23 2019 05:45:56 GMT+0700 (SE Asia Standard Time)

This commit is contained in:
BounphengThammavong 2019-09-23 05:45:56 +07:00
parent 480f33734f
commit 4601842f56
8 changed files with 8 additions and 0 deletions

1
13/19.txt Normal file
View File

@ -0,0 +1 @@
\v 19 \v 20 19ແຕ່ເວ­ລາບັດນີ້ເຮົາບອກທ່ານທັງ­ຫລາຍກ່ອນການນັ້ນເກີດຂຶ້ນ ເພື່ອວ່າເມື່ອມັນເກີດຂຶ້ນແລ້ວພວກທ່ານຈະໄດ້ເຊື່ອວ່າເຮົານີ້ແຫລະ, ແມ່ນຜູ້ນັ້ນ. 20ເຮົາບອກທ່ານທັງ­ຫລາຍຕາມຄວາມຈິງວ່າ ຜູ້ໃດຮັບຕ້ອນຜູ້ທີ່ເຮົາໃຊ້ໄປກໍຮັບຕ້ອນເຮົາເໝືອນກັນ ແລະຜູ້ທີ່ຮັບຕ້ອນເຮົາກໍຮັບຕ້ອນພຣະ­ອົງຜູ້ຊົງໃຊ້ເຮົາມາ.”

1
13/21.txt Normal file
View File

@ -0,0 +1 @@
\v 21 \v 22 21ເມື່ອພຣະ­ເຢຊູຊົງກ່າວດັ່ງ­ນັ້ນແລ້ວພຣະ­ອົງກໍຊົງວຸ້ນ­ວາຍໃນພຣະ­ໄທ ແລະຊົງກ່າວເປັນພະ­ຍານວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ຄົນໜຶ່ງໃນພວກທ່ານຈະທໍ­ລະຍົດຕໍ່ເຮົາ.” 22ພວກສາ­ວົກກໍເບິ່ງໜ້າກັນແລະສົງ­ໄສວ່າ ຄົນທີ່ພຣະ­ອົງກ່າວເຖິງນັ້ນຄືຜູ້ໃດ.

1
13/23.txt Normal file
View File

@ -0,0 +1 @@
\v 23 \v 24 \v 25 23ມີສາ­ວົກຄົນໜຶ່ງທີ່ພຣະ­ເຢຊູຊົງຮັກໄດ້ເນີ້ງກາຍລົງອີງພຣະ­ຊວງຂອງພຣະ­ອົງ. 24ຊີ­ໂມນເປ­ໂຕຈຶ່ງຍິກໜ້າໃສ່ສາ­ວົກຜູ້ນັ້ນກ່າວວ່າ, “ຈົ່ງຖາມວ່າຄົນທີ່ເພິ່ນເວົ້ານັ້ນແມ່ນຜູ້ໃດ.” 25ຂະ­ນະທີ່ຍັງອີງພຣະ­ຊວງຂອງພຣະ­ອົງ ສາ­ວົກຜູ້ນັ້ນກໍທູນຖາມວ່າ, “ນາຍເຈົ້າເອີຍ, ແມ່ນຜູ້ໃດ.”

1
13/26.txt Normal file
View File

@ -0,0 +1 @@
\v 26 \v 27 26ພຣະ­ເຢຊູຊົງຕອບວ່າ, “ເຮົາຈະເອົາອາ­ຫານຄຳນີ້ຈ້ຳແລ້ວຍື່ນໃຫ້ຜູ້ໃດ ກໍແມ່ນຜູ້ນັ້ນແຫລະ” ເມື່ອຊົງຈ້ຳອາ­ຫານຄຳນັ້ນ­ແລ້ວ ພຣະ­ອົງຊົງຍື່ນໃຫ້ແກ່ຢູ­ດາລູກຊີ­ໂມນອິ­ສະ­ກາ­ຣີ­ອົດ. 27ຫລັງຈາກຢູ­ດາໄດ້ກິນອາ­ຫານຄຳນັ້ນ­ແລ້ວ ຊາ­ຕານຈຶ່ງເຂົ້າຢູ່ໃນໃຈລາວ ພຣະ­ເຢຊູຈຶ່ງຊົງບອກຢູ­ດາວ່າ, “ອັນທີ່ທ່ານຈະເຮັດນັ້ນກໍຈົ່ງເຮັດໄວ ແມ.”

1
13/28.txt Normal file
View File

@ -0,0 +1 @@
\v 28 \v 29 \v 30 28ໃນບັນ­ດາຜູ້ທີ່ນັ່ງຮ່ວມໂຕະຢູ່ນັ້ນບໍ່ມີຜູ້ໃດໄດ້ເຂົ້າ­ໃຈວ່າ ດ້ວຍເຫດໃດພຣະ­ອົງຈຶ່ງຊົງກ່າວແກ່ລາວຢ່າງນັ້ນ. 29ດັ່ງ­ນັ້ນລາງຄົນກໍຄຶດວ່າເປັນເພາະຢູ­ດາຖືຖົງເງິນ ພຣະ­ເຢຊູຈຶ່ງຊົງກ່າວກັບລາວວ່າ, “ຈົ່ງຊື້ສິ່ງຂອງທີ່ພວກເຮົາຕ້ອງ­ການສຳ­ລັບງານເທດ­ສະ­ການນີ້” ຫລືເພື່ອຈະໃຫ້ລາວທານແກ່ຄົນຍາກ­ຈົນ. 30ພາຍ­ຫລັງທີ່ຢູ­ດາໄດ້ຮັບອາ­ຫານຄຳນັ້ນ­ແລ້ວລາວກໍອອກໄປທັນ­ທີ ໃນຂະ­ນະນັ້ນເປັນເວ­ລາກາງ­ຄືນ.

1
13/31.txt Normal file
View File

@ -0,0 +1 @@
\v 31 \v 32 \v 33 31ເມື່ອຢູ­ດາອອກໄປແລ້ວພຣະ­ເຢຊູຊົງກ່າວວ່າ, “ບັດນີ້ບຸດມະ­ນຸດໄດ້ຮັບກຽດ­ຕິ­ຍົດແລ້ວ ແລະພຣະ­ເຈົ້າກໍຊົງຮັບກຽດ­ຕິ­ຍົດເພາະບຸດມະ­ນຸດ. 32ຖ້າພຣະ­ເຈົ້າຊົງຮັບກຽດ­ຕິ­ຍົດເພາະບຸດມະ­ນຸດ ພຣະ­ເຈົ້າຈະຊົງປະ­ທານໃຫ້ບຸດມະ­ນຸດມີກຽດ­ຕິ­ຍົດຮ່ວມກັບພຣະ­ອົງ ແລະຈະຊົງໃຫ້ມີກຽດ­ຕິ­ຍົດໃນບັດນີ້. 33ລູກ­ນ້ອຍທັງ­ຫລາຍເອີຍ, ເຮົາຍັງຈະຢູ່ກັບພວກເຈົ້າອີກໜ້ອຍໜຶ່ງ ພວກເຈົ້າຈະຊອກຫາເຮົາ ແລະ, ເໝືອນກັບເຮົາໄດ້ບອກກັບພວກຢິວແລ້ວວ່າ ‘ບ່ອນເຮົາຈະໄປນັ້ນພວກເຈົ້າໄປບໍ່ໄດ້’, ບັດນີ້ເຮົາກໍບອກພວກເຈົ້າເໝືອນກັນ.

1
13/34.txt Normal file
View File

@ -0,0 +1 @@
\v 34 \v 35 34ເຮົາໃຫ້ບັນ­ຍັດໃໝ່ໄວ້ແກ່ເຈົ້າທັງ­ຫລາຍຄືໃຫ້ພວກເຈົ້າຮັກກັນແລະກັນ ເຮົາຮັກເຈົ້າທັງ­ຫລາຍມາແລ້ວຢ່າງ­ໃດ ພວກເຈົ້າຈົ່ງຮັກກັນແລະກັນດ້ວຍຢ່າງນັ້ນ. 35ຖ້າເຈົ້າທັງ­ຫລາຍມີຄວາມຮັກເຊິ່ງກັນແລະກັນ ດັ່ງ­ນີ້ແຫລະ, ຄົນທັງປວງກໍຈະໄດ້ຮູ້ວ່າເຈົ້າທັງ­ຫລາຍເປັນສາ­ວົກຂອງເຮົາ.”

1
13/36.txt Normal file
View File

@ -0,0 +1 @@
\v 36 \v 37 \v 38 36ຝ່າຍຊີ­ໂມນເປ­ໂຕໄດ້ທູນພຣະ­ອົງວ່າ, “ນາຍເຈົ້າເອີຍ, ທ່ານຈະໄປໃສ” ພຣະ­ເຢຊູຊົງຕອບວ່າ, “ບ່ອນທີ່ເຮົາຈະໄປນັ້ນ ທ່ານຈະຕາມເຮົາໄປດຽວ­ນີ້ບໍ່ໄດ້ ແຕ່ພາຍ­ຫລັງທ່ານຈະຕາມໄປ.” 37ເປ­ໂຕທູນພຣະ­ອົງວ່າ, “ນາຍເຈົ້າເອີຍ, ເປັນຫຍັງຂ້າ­ນ້ອຍຈຶ່ງຕາມທ່ານໄປດຽວ­ນີ້ບໍ່ໄດ້ ຂ້າ­ນ້ອຍຈະສະ­ຫລະຊີ­ວິດເພື່ອທ່ານ.” 38ພຣະ­ເຢຊູຊົງຕອບວ່າ, “ທ່ານຈະສະ­ຫລະຊີ­ວິດຂອງທ່ານເພື່ອເຮົາຫລື ເຮົາບອກທ່ານຕາມຄວາມຈິງວ່າ ກ່ອນໄກ່ຈະຂັນທ່ານຈະປະ­ຕິ­ເສດເຮົາເຖິງສາມເທື່ອ.”