Mon Sep 23 2019 05:43:56 GMT+0700 (SE Asia Standard Time)

This commit is contained in:
BounphengThammavong 2019-09-23 05:43:57 +07:00
parent 7a69dfcee3
commit 480f33734f
6 changed files with 6 additions and 0 deletions

1
13/01.txt Normal file
View File

@ -0,0 +1 @@
\c 13 \v 1 \v 2 1ກ່ອນເຖິງເວ­ລາເທດ­ສະ­ການປັດ­ສະ­ຄາ ພຣະ­ເຢຊູຊົງຊາບວ່າຍາມຂອງຕົນທີ່ຈະສະ­ເດັດຈາກໂລກນີ້ເມືອຫາພຣະ­ບິ­ດາເຖິງແລ້ວ ພຣະ­ອົງໄດ້ຊົງຮັກພວກຂອງພຣະ­ອົງທີ່­ຢູ່ໃນໂລກນີ້ ພຣະ­ອົງຊົງຮັກຈົນເຖິງທີ່ສຸດ. 2ຂະ­ນະເມື່ອຮັບປະ­ທານອາ­ຫານຢູ່ນັ້ນ (ມານໄດ້ເຂົ້າດົນໃຈຢູ­ດາອິ­ສະ­ກາ­ຣີ­ອົດລູກຂອງຊີ­ໂມນ ໃຫ້ທໍ­ລະຍົດຕໍ່ພຣະ­ອົງ),

1
13/03.txt Normal file
View File

@ -0,0 +1 @@
\v 3 \v 4 \v 5 3ພຣະ­ເຢຊູຊົງຊາບວ່າ ພຣະ­ບິ­ດາໄດ້ຊົງປະ­ທານສິ່ງທັງປວງໃຫ້ຢູ່ໃນພຣະ­ຫັດຂອງພຣະ­ອົງ ແລະຊົງຊາບວ່າພຣະ­ອົງສະ­ເດັດມາຈາກພຣະ­ເຈົ້າ ແລະຈະສະ­ເດັດເມືອຫາພຣະ­ເຈົ້າ. 4ພຣະ­ອົງຊົງລຸກ­ຂຶ້ນຈາກການຮັບປະ­ທານອາ­ຫານ, ຊົງຖອດເຄື່ອງທົງຊັ້ນນອກອອກວາງໄວ້, ແລະຊົງເອົາຜ້າເຊັດຕົວມາຮັດແອວຂອງພຣະ­ອົງ. 5ພຣະ­ອົງຊົງຖອກນ້ຳໃສ່ອ່າງແລ້ວຊົງຕັ້ງ­ຕົ້ນລ້າງຕີນຂອງພວກສາ­ວົກ ແລະເຊັດດ້ວຍຜ້າຮັດແອວນັ້ນ.

1
13/06.txt Normal file
View File

@ -0,0 +1 @@
\v 6 \v 7 \v 8 \v 9 6ພຣະ­ອົງໄດ້ສະ­ເດັດມາເຖິງຊີ­ໂມນເປ­ໂຕ ແລະລາວໄດ້ທູນພຣະ­ອົງວ່າ, “ນາຍເຈົ້າເອີຍ, ທ່ານຈະລ້າງຕີນຂອງຂ້າ­ນ້ອຍຫລື.” 7ພຣະ­ເຢຊູຊົງຕອບລາວວ່າ, “ສິ່ງທີ່ເຮົາເຮັດໃນເວ­ລານີ້ທ່ານຍັງບໍ່ຮູ້ເລື່ອງ ແຕ່ພາຍ­ຫລັງທ່ານຈະເຂົ້າ­ໃຈ.” 8ເປ­ໂຕຈຶ່ງທູນວ່າ, “ທ່ານຈະລ້າງຕີນຂອງຂ້າ­ນ້ອຍບໍ່ໄດ້ຈັກເທື່ອ” ພຣະ­ເຢຊູຊົງຕອບວ່າ, “ຖ້າເຮົາບໍ່ລ້າງທ່ານ ທ່ານຈະມີສ່ວນໃນເຮົາບໍ່ໄດ້.” 9ຊີ­ໂມນເປ­ໂຕທູນວ່າ, “ນາຍເຈົ້າເອີຍ, ບໍ່ແມ່ນແຕ່ຕີນເທົ່ານັ້ນ ແຕ່ຂໍລ້າງມືແລະຫົວຂອງຂ້າ­ນ້ອຍເໝືອນກັນ.”

1
13/10.txt Normal file
View File

@ -0,0 +1 @@
\v 10 \v 11 10ພຣະ­ເຢຊູຊົງກ່າວຕໍ່ເປ­ໂຕວ່າ, “ຜູ້ທີ່ອາບ­ນ້ຳແລ້ວບໍ່ຈຳ­ເປັນລ້າງຕົວອີກ ລ້າງແຕ່ຕີນເທົ່ານັ້ນ ເພາະສະ­ອາດໝົດທັງຕົວແລ້ວພວກທ່ານກໍສະ­ອາດແລ້ວ­ແຕ່ບໍ່ແມ່ນທຸກຄົນ.” 11ເພາະພຣະ­ອົງຊົງຮູ້ແລ້ວວ່າໃຜຈະທໍ­ລະຍົດຕໍ່ພຣະ­ອົງ ເພາະເຫດນັ້ນພຣະ­ອົງຈຶ່ງຊົງກ່າວວ່າ, “ທ່ານທັງ­ຫລາຍບໍ່ສະ­ອາດທຸກຄົນ.”

1
13/12.txt Normal file
View File

@ -0,0 +1 @@
\v 12 \v 13 \v 14 \v 15 12ເຫດສັນນີ້ເມື່ອພຣະ­ອົງຊົງລ້າງຕີນຂອງເຂົາແລ້ວ ພຣະ­ອົງກໍຊົງໃສ່­ເຄື່ອງທົງຊັ້ນນອກຂອງຕົນອີກ ແລ້ວປະ­ທັບລົງຈຶ່ງຊົງຖາມເຂົາວ່າ, “ທ່ານທັງ­ຫລາຍເຂົ້າ­ໃຈໃນສິ່ງທີ່ເຮົາໄດ້ເຮັດຕໍ່ພວກທ່ານແລ້ວຫລື. 13ທ່ານທັງ­ຫລາຍເອີ້ນເຮົາວ່າອາ­ຈານແລະນາຍເຈົ້າ ພວກທ່ານເອີ້ນຖືກ­ຕ້ອງແລ້ວ ເພາະເຮົາເປັນຢ່າງນັ້ນ. 14ເຫດສັນ­ນັ້ນເຮົາຜູ້ເປັນນາຍ ແລະອາ­ຈານຂອງພວກທ່ານໄດ້ລ້າງຕີນຂອງທ່ານ ພວກທ່ານກໍຄວນລ້າງຕີນຂອງກັນແລະກັນເໝືອນກັນ. 15ດ້ວຍວ່າເຮົາໄດ້ວາງແບບ­ຢ່າງໃຫ້ພວກທ່ານແລ້ວ ເພື່ອທ່ານຈະໄດ້ເຮັດເໝືອນດັ່ງເຮົາໄດ້ເຮັດຕໍ່ພວກທ່ານແລ້ວ.

1
13/16.txt Normal file
View File

@ -0,0 +1 @@
\v 16 \v 17 \v 18 16ເຮົາບອກທ່ານທັງ­ຫລາຍຕາມຄວາມຈິງວ່າ ຂ້າໃຊ້ບໍ່­ຫ່ອນໃຫຍ່ກວ່ານາຍຂອງຕົນ ຜູ້ທີ່ຖືກໃຊ້ໄປບໍ່­ຫ່ອນໃຫຍ່ກວ່າຜູ້ໃຊ້ຕົນໄປນັ້ນ. 17ຖ້າທ່ານທັງ­ຫລາຍຮູ້ສິ່ງເຫລົ່ານີ້ແລະເຮັດຕາມ ທ່ານກໍເປັນສຸກ. 18ເຮົາບໍ່ເວົ້າເຖິງພວກທ່ານທຸກຄົນ ຝ່າຍເຮົາກໍຮູ້­ຈັກຜູ້ທີ່ເຮົາໄດ້ເລືອກໄວ້ແລ້ວ ແຕ່ຕ້ອງເປັນຈິງຕາມຂໍ້ພຣະ­ຄຳພີທີ່ວ່າ ‘ຜູ້ທີ່ຮັບປະ­ທານອາ­ຫານຂອງເຮົາກໍຍົກສົ້ນຕີນໃສ່ເຮົາ.