1 line
1.3 KiB
Plaintext
1 line
1.3 KiB
Plaintext
\c 9 \v 1 ແລ້ວຂ້ານ້ອຍໄດ້ຍິນພຣະອົງໄດ້ເປັ່ງພຣະສຸລະສຽງດັງເຂົ້າຫູຂ້ານ້ອຍ, ແລະ ຊົງກ່າວວ່າ, “ຈົ່ງນຳພວກຄົນຍາມຂື້ນມາເມືອງນີ້, ແຕ່ລະຄົນຖືອາວຸດຂອງການທຳລາຍມານຳ. \v 2 ເບິ່ງແມ໋! ມີຊາຍຫົກຄົນເຂົ້າມາຈາກທາງປະຕູເບື້ອງເທິງ ປິ່ນຫນ້າໄປທາງທິດເຫນືອ, ແຕ່ລະຄົນຖືອາວຸດສຳລັບຂ້າຄົນໃນມືຂອງພວກເຂົາ. ມີຊາຍຄົນຫນຶ່ງໃນທ່າມກາງພວກເຂົານຸ່ງຫົ່ມຜ້າປ່ານ ຖືຫີບເຄື່ອງຂຽນມາກັບຄົນເຫລົ່ານັ້ນດ້ວຍ. ດັ່ງນັ້ນ ພວກເຂົາທັງຫລາຍເຂົ້າໄປ ແລະ ຢືນຢູ່ຂ້າງແທ່ນບູຊາທອງເຫລືອງ. |