\c 9 \v 1 ແລ້ວຂ້ານ້ອຍໄດ້ຍິນ​ພຣະ­ອົງ​ໄດ້​ເປັ່ງ​ພຣະ­ສຸ­ລະ­ສຽງ​ດັງ​ເຂົ້າ​ຫູ​ຂ້າ­ນ້ອຍ, ແລະ ຊົງກ່າວ​ວ່າ, “ຈົ່ງນຳພວກຄົນຍາມຂື້ນມາເມືອງນີ້, ແຕ່ລະຄົນຖືອາວຸດຂອງການທຳລາຍມານຳ.​ \v 2 ເບິ່ງ​ແມ໋! ມີ​ຊາຍ​ຫົກ​ຄົນ​ເຂົ້າ​ມາ​ຈາກ​ທາງ​ປະ­ຕູເບື້ອງ​ເທິງ ປິ່ນ​ຫນ້າ​ໄປ​ທາງທິດ­ເຫນືອ, ແຕ່ລະຄົນ​ຖື​ອາ­ວຸດ​ສຳ­ລັບ​ຂ້າ​ຄົນໃນມືຂອງພວກເຂົາ. ມີ​ຊາຍ​ຄົນ​ຫນຶ່ງໃນທ່າມກາງພວກເຂົາ​ນຸ່ງ­ຫົ່ມ​ຜ້າ​ປ່ານ ຖື​ຫີບເຄື່ອງ​ຂຽນ​ມາ­ກັບ​ຄົນ​ເຫລົ່າ­ນັ້ນ​ດ້ວຍ. ດັ່ງນັ້ນ ​ພວກ­ເຂົາ​ທັງ­ຫລາຍ​ເຂົ້າ­ໄປ ແລະ ​ຢືນ­ຢູ່​ຂ້າງ​ແທ່ນ​ບູຊາທອງ­ເຫລືອງ.