1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 32 ເຮົານໍາຂ່າວປະເສີດກ່ຽວກັບພຣະສັນຍາທີ່ໄດ້ເຮັດໄວ້ກັບບັນພະບູລຸດຂອງຂ້າພະເຈົ້າ \v 33 ພຣະເຈົ້າຊົງບັນດານໃຫ້ພະສັນຍາເຫລົ່ານີ້ສຳເລັດ, ເພື່ອພວກຂ້າພະເຈົ້າທີ່ເປັນລູກຫລານຂອງພວກເຂົາ, ໃນການບັນດານໃຫ້ພຣະເຢຊູຄຣິດເຈົ້າເປັນຄືນມາມີຊີວິດ. ເລື່ອງນີ້ໄດ້ຂຽນໄວ້ໃນພຣະທໍາບົດເພັງສັນລະເສີນບົດທີ່ສອງວ່າ: 'ທ່ານເປັນບຸດຂອງຂ້າພະເຈົ້າ, ມື້ນີ້ຂ້າພະເຈົ້າໄດ້ເປັນບິດາຂອງທ່ານ.' \v 34 ແລ້ວຍັງກ່າວເຖີງຄວາມຈິງທີ່ພຣະເຈົ້າຊົງບັນດານໃຫ້ພຣະອົງເປັນຄືນມາຈາກຄວາມຕາຍ ເພື່ອທີ່ພຣະກາຍຂອງພຣະອົງຈະບໍ່ເປື່ອຍເນົ່າ, ພຣະອົງກ່າວດັ່ງນີ້ວ່າ: 'ຂ້າພະເຈົ້າຈະໃຫ້ພຣະພອນອັນບໍຣິສຸດ ແລະ ຫມັ້ນຄົງຂອງດາວິດແກ່ທ່ານ.' |