\v 32 ເຮົານໍາຂ່າວປະເສີດກ່ຽວ​ກັບ​ພ​ຣະສັນຍາທີ່ໄດ້ເຮັດໄວ້ກັບບັນພະບູລຸດຂອງຂ້າ​ພະ​ເຈົ້າ \v 33 ພຣະເຈົ້າຊົງບັນດານໃຫ້ພະສັນຍາເຫລົ່ານີ້ສຳເລັດ, ເພື່ອພວກຂ​້າ​ພະ​ເຈົ້າທີ່ເປັນລູກຫລານຂອງພວກເຂົາ, ໃນການບັນດານໃຫ້ພຣະເຢຊູຄ​ຣິດເຈົ້າເປັນຄືນມາມີຊີວິດ. ເລື່ອງ​ນີ້ໄດ້ຂຽນໄວ້ໃນພຣະທໍາບົດເພັງສັນລະເສີນບົດທີ່ສອງວ່າ: 'ທ່ານເປັນບຸດຂອງຂ້າ​ພະ​ເຈົ້າ, ມື້ນີ້ຂ້າ​ພະ​ເຈົ້​າໄດ້ເປັນ​ບິ​ດາ​ຂອງທ່ານ.' \v 34 ແລ້ວຍັງກ່າວເຖີງຄວາມຈິງທີ່ພຣະເຈົ້າຊົງບັນດານໃຫ້ພຣະອົງເປັນຄືນມາຈາກຄວາມຕາຍ ເພື່ອທີ່ພຣະກາຍຂອງພຣະອົງຈະບໍ່ເປື່ອຍເນົ່າ, ພຣະອົງກ່າວ​ດັ່ງ​ນີ້ວ່າ: 'ຂ້າ​ພະ​ເຈົ້າຈະໃຫ້ພຣະພອນອັນບໍຣິສຸດ ແລະ ຫມັ້​ນຄົງຂອງ​ດາ​ວິດແກ່ທ່ານ.'