lo_2sa_text_ulb_l3/07/24.txt

1 line
1.9 KiB
Plaintext

\v 24 ​ພ​ຣະ​ອົງ​ໄດ້​ຊົງ​ຕັ້ງ​ອິດ​ສະ​ຣາ​ເອນ​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ​ໃຫ້​ເປັນ​ປະ​ຊາ​ຊົນ​ຂອງ​ພ​ຣະ​ອົງ​ຕະ​ຫລອດ​ນິ​ລັນ​ດອ​ນ, ແລະ​ພ​ຣ​ະ​ຢາ​ເວ,​ກໍ​ໄດ້​ຊົງ​ເປັນ​ພ​ຣະ​ເຈົ້າ​ຂອງ​ພວກ​ເຂົາ. \v 25 ບັດ​ນີ້, ຂ້າ​ແຕ່​ພ​ຣະ​​ຢາ​ເວ,​ພ​ຣະ​ເຈົ້າ ຂໍ​ໃຫ້​ຄຳ​ສັນ​ຍາ​ທີ່​ພ​ຣະ​ອົງ​ໄດ້​ກ່າວ​ໄວ້​ກ່ຽວ​ກັບ​ຜູ້​ຮັ​ບ​ໃຊ້​ຂອງ​ພ​ຣະ​ອົງ ແລະ​ກ່ຽວ​ກັບ​ເຊື້ອ​ສາຍ​ຂອງ​ເຂົາ​ນັ້ນ​ຫມັ້ນ​ຄົງ​ຢູ່​ເປັນ​ນິ​ລັນ.​ຂໍ​ຊົງ​ເຮັດ​ດັງ​ທີ່​ພ​ຣະ​ອົງ​ໄດ້​ກ່າວ​ໄວ້​ນັ້ນ. \v 26 ຂໍ​ພ​ຣະ​ນາມ​ຂອງ​ພ​ຣະ​ອົງ​ຍິ່ງ​ໃຫຍ່​ຕະ​ຫລອດ​ນິ​ລັນ​ດອນ, ເພື່ອ​ປະ​ຊາ​ຊົນ​ຈະ​ໄດ້​ກ່າວ​ວ່າ, "ພ​ຣະ​ເຈົ້າ​ຢາ​ເວ​ຈອມ​ທັບ​ຊົງ​ເປັນ​ພ​ຣະ​ເຈົ້າ​ຂອງ​ອິດ​ສະ​ຣາ​ເອນ" ຂະ​ນະ​ທີ່​ເຊື້ອ​ສາຍ​ຂອງ​ດາ​ວິດ, ຜູ້​ຮັບ​ໃຊ້​ຂອງ​ພ​ຣະ​ອົງ​ຈະ​ຕັ້ງ​ຫມັ່ນ​ຄົງ​ຢູ່​ຕໍ່​ຫນ້າ​ພ​ຣະ​ອົງ.