2019-10-13 14:23:57 +00:00
|
|
|
\v 24 ພຣະອົງໄດ້ຊົງຕັ້ງອິດສະຣາເອນປະຊາຊົນຂອງພຣະອົງໃຫ້ເປັນປະຊາຊົນຂອງພຣະອົງຕະຫລອດນິລັນດອນ, ແລະພຣະຢາເວ,ກໍໄດ້ຊົງເປັນພຣະເຈົ້າຂອງພວກເຂົາ. \v 25 ບັດນີ້, ຂ້າແຕ່ພຣະຢາເວ,ພຣະເຈົ້າ ຂໍໃຫ້ຄຳສັນຍາທີ່ພຣະອົງໄດ້ກ່າວໄວ້ກ່ຽວກັບຜູ້ຮັບໃຊ້ຂອງພຣະອົງ ແລະກ່ຽວກັບເຊື້ອສາຍຂອງເຂົານັ້ນຫມັ້ນຄົງຢູ່ເປັນນິລັນ.ຂໍຊົງເຮັດດັງທີ່ພຣະອົງໄດ້ກ່າວໄວ້ນັ້ນ. \v 26 ຂໍພຣະນາມຂອງພຣະອົງຍິ່ງໃຫຍ່ຕະຫລອດນິລັນດອນ, ເພື່ອປະຊາຊົນຈະໄດ້ກ່າວວ່າ, "ພຣະເຈົ້າຢາເວຈອມທັບຊົງເປັນພຣະເຈົ້າຂອງອິດສະຣາເອນ" ຂະນະທີ່ເຊື້ອສາຍຂອງດາວິດ, ຜູ້ຮັບໃຊ້ຂອງພຣະອົງຈະຕັ້ງຫມັ່ນຄົງຢູ່ຕໍ່ຫນ້າພຣະອົງ.
|