1 line
1.8 KiB
Plaintext
1 line
1.8 KiB
Plaintext
\v 5 “ມື້ນີ້ພຣະອົງໄດ້ຊົງເຮັດໃຫ້ຜູ້ຮັບໃຊ້ທະຫານທັງຫມົດຂອງພຣະອົງໄດ້ຮັບຄວາມລະອາຍ ພວກເຂົາໄດ້ຊ່ວຍຊີວິດຂອງພຣະອົງໃນມື້ນີ້ ທັງຊີວິດຂອງບັນດາລູກຊາຍແລະລູກສາວ ແລະຊີວິດຂອງບັນດາເມຍ ແລະຊີວິດຂອງບັນດາສາວໃຊ້ຂອງພຣະອົງ \v 6 ເພາະວ່າພຣະອົງໄດ້ຊົງຮັກຜູ້ທີ່ກຽດຊັງພຣະອົງ ແລະໄດ້ຊົງກຽດຊັງຜູ້ຮັກພຣະອົງ ເພາະໃນມື້ນີ້ພຣະອົງໄດ້ຊົງເຮັດໃຫ້ເປັນທີ່ຮູ້ແລ້ວວ່າ ບັນດານາຍທະຫານແລະທະຫານທັງຫລາຍບໍ່ມີຄ່າສຳຫລັບພຣະອົງ ໃນມື້ນີ້ຂ້ານ້ອຍເຊື່ອວ່າຖ້າອັບຊາໂລມຍັງມີຊີວິດຢູ່ ແລະພວກຂ້ານ້ອຍທັງຫລາຍໄດ້ຕາຍຫມົດນັ້ນແຫລະທີ່ພຣະອົງຈະຊົງພໍໃຈ. |