lo_2sa_text_ulb_l3/19/05.txt

1 line
1.8 KiB
Plaintext
Raw Normal View History

\v 5 “ມື້​ນີ້​ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ຜູ້​ຮັບ​ໃຊ້​ທະ​ຫານ​ທັງ​ຫມົດ​ຂອງ​ພ​ຣະ​ອົງ​ໄດ້​ຮັບ​ຄວາມ​ລະ​ອາຍ ພວກ​ເຂົາ​ໄດ​້​ຊ່ວຍ​ຊີ​ວິດ​ຂອງ​ພ​ຣະ​ອົງ​ໃນ​ມື້​ນີ້ ທັງ​ຊີ​ວິດ​ຂອງ​ບັນ​ດາ​ລູກ​ຊາຍ​ແລະ​ລູກ​ສາວ ​ແລະ​ຊີ​ວິດ​ຂອງ​ບັນ​ດາ​ເມຍ ແລະ​ຊີ​ວິດ​ຂອງ​ບັນ​ດາ​ສາວ​ໃຊ້​ຂອງ​ພ​ຣະ​ອົງ \v 6 ເພາະ​ວ່າ​ພ​ຣະ​ອົງ​ໄດ້​ຊົງ​ຮັກ​ຜູ້​ທີ່​ກຽດ​ຊັງ​ພ​ຣະ​ອົງ ແລະ​ໄດ້​ຊົ​ງ​ກຽດ​ຊັງ​ຜູ້​ຮັກ​ພ​ຣະ​ອົງ ເພາະ​ໃນ​ມື້​ນີ້​ພ​ຣະ​ອົງ​ໄດ້​ຊົງ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ແລ້ວ​ວ່າ ບັນ​ດາ​ນາຍ​ທະ​ຫານ​ແລະ​ທະ​ຫານ​ທັງ​ຫລາຍ​ບໍ່​ມີ​ຄ່າ​ສຳ​ຫລັບ​ພ​ຣະ​ອົງ ໃນ​ມື້​ນີ້​ຂ້າ​ນ້ອຍ​ເຊື່ອ​ວ່າ​ຖ້າ​ອັບ​ຊາ​ໂລມ​ຍັງ​ມີ​ຊີ​ວິດຢ​ູ່ ແລະ​ພວກ​ຂ້າ​ນ້ອຍ​ທັງ​ຫລາຍ​ໄດ້​ຕາຍ​ຫມົດ​ນັ້ນ​ແຫລະ​ທີ່​ພ​ຣະ​ອົງ​ຈະ​ຊົງ​ພໍ​ໃຈ.