1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 4 ດັງນັ້ນຮານູນຈຶ່ງໄດ້ຈັບພວກຄົນຮັບໃຊ້ຂອງດາວິດມາແຖຫນວດຄິ່ງຫນຶ່ງ ແລະໄດ້ຕັດເຄື່ອງແຕ່ງກາຍພວກເຂົາອອກຈົນເຖິງສະໂພກຂອງພວກເຂົາ ແລະໄດ້ປ່ອຍໄປ \v 5 ເມື່ອພວກເຂົາໄດ້ທູນເລື່ອງນີ້ໃຫ້ດາວິດໄດ້ຊົງຮູ້ ພຣະອົງກໍໄດ້ຊົງສົ່ງຄົນໄປພົບເຂົາເຫລົ່ານັ້ນ ເພາະວ່າພວກເຂົາໄດ້ຮັບຄວາມອັບອາຍຫລາຍ ແລະກະສັດໄດ້ກ່າວວ່າ “ຈົ່ງພັກທີ່ເມືອງເຢຣິໂກຈົນກວ່ານວດຂອງພວກເຈົ້າໄດ້ຂຶ້ນແລ້ວ ຈຶ່ງຄ່ອຍກັບມາ” |