\v 4 ດັງ​ນັ້ນ​ຮາ​ນູນ​ຈຶ່ງ​ໄດ້​ຈັບ​ພວກ​ຄົນ​ຮັບ​ໃຊ້​ຂອງ​ດາ​ວິດ​ມາ​ແຖ​ຫນວດ​ຄິ່ງ​ຫນຶ່ງ ແລະ​ໄດ້​ຕັດ​ເຄື່ອງ​ແຕ່ງ​ກາຍ​ພວກ​ເຂົາ​ອອກ​ຈົນ​ເຖິງ​ສະ​ໂພກ​ຂອງ​ພວກ​ເຂົາ ແລະ​ໄດ້​ປ່ອຍ​ໄປ \v 5 ເມື່ອ​ພວກ​ເຂົາ​ໄດ້​ທູນ​ເລື່ອງ​ນີ້​ໃຫ້​ດາ​ວິດ​ໄດ້​ຊົງ​ຮູ້ ພ​ຣະ​ອົງ​ກໍ​ໄດ້​ຊົງ​ສົ່ງ​ຄົນ​ໄປ​ພົບ​ເຂົາ​ເຫລົ່າ​ນັ້ນ ເພາະ​ວ​່າ​ພວກ​ເຂົາ​ໄດ້​ຮັບ​ຄວາມ​ອັບ​ອາຍ​ຫລາຍ ແລະ​ກະ​ສັດ​ໄດ້​ກ່າວ​ວ່າ “ຈົ່ງ​ພັກ​ທີ່​ເມືອງ​ເຢ​ຣິ​ໂກ​ຈົນ​ກວ່າ​ນວດ​ຂອງ​ພວກ​ເຈົ້າ​ໄດ້​ຂຶ້ນ​ແລ້ວ ຈຶ່ງ​ຄ່ອຍ​ກັບ​ມາ”