1 line
1.6 KiB
Plaintext
1 line
1.6 KiB
Plaintext
\c 16 \v 1 ເມື່ອດາວິດໄດ້ກາຍເນີນພູໄປຫນ້ອຍຫນຶ່ງ, ຊີບາຄົນຮັບໃຊ້ຂອງເມຟີໂບເຊັດກໍໄດ້ເຂົ້າມາເຝົ້າເພິ່ນ ຊີບາມີລໍຄູ່ຫນຶ່ງພ້ອມບັນທຸກເຂົ້າຫນົມປັງສອງຮ້ອຍກ້ອນ ລູກເກດຫນຶ່ງຮ້ອຍພວງ, ແລະ ຫມາກໄມ້ສົດອີກຫນຶ່ງຮ້ອຍພວງ, ກັບເຫລົ້າອະງຸ່ນເຕັມຫນຶ່ງຖົງ. \v 2 ກະສັດໄດ້ກ່າວກັບຊີບາວ່າ, "ເຈົ້ານຳສິ່ງເຫລົ່ານີ້ມາເຮັດຫຍັງ?" ຊີບາໄດ້ທູນຕອບວ່າ,"ລໍຄູ່ນັ້ນເພື່ອຣາຊວົງຈະໄດ້ຊົງຂີ່ ສ່ວນເຂົ້າຫນົມປັງ ແລະຫມາກໄມ້ແຫ້ງສຳຫລັບພວກຄົນຫນຸ່ມຈະໄດ້ກິນ, ແລະເຫລົ້າອະງຸ່ນເພື່ອຜູ້ທີ່ອິດເມື່ອຍໃນຖິ່ນແຫ້ງແລ້ງກັນດານຈະໄດ້ດື່ມກິນ." |