\c 16 \v 1 ເມື່ອ​ດາ​ວິດ​ໄດ້​ກາຍ​ເນີນ​ພູ​ໄປ​ຫນ້ອຍ​ຫນຶ່ງ, ຊີ​ບາຄົນຮັບໃຊ້​ຂອງ​ເມ​ຟີ​ໂບ​ເຊັດ​ກໍ​ໄດ້​ເຂົ​້າ​ມາ​ເຝົ້າ​ເພິ່ນ ຊີ​ບາ​ມີລໍຄູ່ຫນຶ່ງ​ພ້ອມ​ບັນ​ທຸກ​ເຂົ້າ​ຫນົມ​ປັງ​ສອງ​ຮ້ອຍ​ກ້ອນ ລູກ​ເກດ​ຫນຶ່ງ​ຮ້ອຍ​ພວງ, ແລະ ຫມາກ​ໄມ້​ສົດ​ອີກ​ຫນຶ່ງ​ຮ້ອຍ​ພວງ, ​ກັບ​ເຫລົ້າ​ອະ​ງຸ່ນ​​ເຕັມຫນຶ່ງ​ຖົງ. \v 2 ກະ​ສັດ​ໄດ້​ກ່າວ​ກັບ​ຊີ​ບາ​ວ່າ, "ເຈົ້າ​ນຳ​ສິ່ງ​ເຫລົ່າ​ນີ້​ມາ​ເຮັດ​ຫຍັງ?" ຊີ​ບາ​ໄດ້​ທູນ​ຕອບ​ວ່າ,"ລໍ​ຄູ່​ນັ້​ນ​ເພື່ອ​ຣາຊວົງ​ຈະ​ໄດ້​ຊົງຂີ່ ສ່ວນເຂົ້າ​ຫນົມ​ປັງ ​ແລະ​ຫມາກ​ໄມ້​ແຫ້ງ​ສຳ​ຫລັບ​ພວກ​ຄົນ​ຫນຸ່ມ​ຈະ​ໄດ້​ກິນ, ແລະ​ເຫລົ້າ​ອະ​ງຸ່ນ​ເພື່ອ​ຜູ້​ທີ່​ອິດ​ເມື່ອຍ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຈະ​ໄດ້​ດື່ມ​ກິນ."