1 line
1.7 KiB
Plaintext
1 line
1.7 KiB
Plaintext
\c 12 \v 1 ແລ້ວພຣະຢາເວຊົງໃຊ້ນາທານໄປຫາດາວິດ. ນາທານກໍໄດ້ໄປເຝົ້າ ແລະທູນເພິ່ນວ່າ, "ຍັງມີຜູ້ຊາຍສອງຄົນ, ອາໄສຢູ່ໃນເມືອງຫນຶ່ງຜູ້ຊາຍຄົນຫນຶ່ງຮັ່ງມີ ແລະອີກຄົນຫນຶ່ງຍາກຈົນ. \v 2 ຜູ້ຊາຍຄົນມັ່ງມີນັ້ນມີແພະແກະ ແລະງົວຫລວງຫລາຍ, \v 3 ແຕ່ຜູ້ຊາຍຄົນຍາກຈົນນັ້ນບໍ່ມີຫຍັງເລີຍ ເວັ້ນແຕ່ແກະໂຕເມີຍໂຕນ້ອຍໆ ໂຕດຽວທີ່ເຂົາໄດ້ຊື້ມາ, ຊຶ່ງເຂົາໄດ້ລ້ຽງໄວ້ມັນໄດ້ເຕີບໂຕມາກັບເຂົາ ແລະບັນດາລູກທັງຫລາຍຂອງເຂົາ ມັນໄດ້ກິນອາຫານຮ່ວມກັບເຂົາດ້ວຍ. ແລະໄດ້ດື່ມຈາກຖ້ວຍດຽວກັບເຂົາ, ແລະມັນໄດ້ນອນໃນອົກຂອງເຂົາ ແລະເປັນເຫມືອນລູກສາວຂອງເຂົາ. |