\c 12 \v 1 ແລ້ວ​ພຣະ​ຢາ​ເວ​ຊົງ​ໃຊ້​ນາ​ທານ​ໄປ​ຫາ​ດາ​ວິດ. ນາ​ທານ​ກໍ​ໄດ້​ໄປ​ເຝົ້າ ​ແລະ​ທູນເພິ່ນ​ວ່າ, "ຍັງ​ມີ​ຜູ້​ຊາຍ​ສອງ​ຄົນ, ອາ​ໄສ​ຢູ່​ໃນ​ເມືອງ​ຫນຶ່ງ​ຜູ້​ຊາຍ​ຄົນ​ຫນຶ່ງ​​ຮັ່ງ​ມີ ແລະ​ອີກ​ຄົນ​ຫນຶ່ງ​ຍາກ​ຈົນ. \v 2 ຜູ້​ຊາຍ​ຄົນ​ມັ່ງ​ມີ​ນັ້ນ​ມີ​ແພະ​ແກະ ​ແລະ​ງົວ​ຫລວງ​ຫລາຍ, \v 3 ແຕ່​ຜູ້​ຊາຍ​ຄົນ​ຍ​າກ​ຈົນ​ນັ້ນ​ບໍ່​ມີ​ຫຍັງ​ເລີຍ ເວັ້ນ​ແຕ່​ແກະ​ໂຕ​ເມີຍ​ໂຕ​ນ້ອຍໆ ໂຕ​ດຽວ​ທີ່​ເຂົາ​ໄດ້​ຊື້​ມາ, ຊຶ່ງ​ເຂົາ​ໄດ້​ລ້ຽງ​ໄວ້​ມັນ​ໄດ້​ເຕີບ​ໂຕ​ມາ​ກັບ​ເຂົາ ​ແລະ​ບັນ​ດາ​ລູກ​ທັງ​ຫລາຍ​ຂອງ​ເຂົາ ມັນ​ໄດ້​ກິນ​ອາ​ຫານ​ຮ່ວມ​ກັບ​ເຂົາ​ດ້ວຍ. ແລະ​ໄດ້​ດື່ມ​ຈາກ​ຖ້ວຍ​ດຽວ​ກັ​ບ​ເຂົາ, ແລະ​ມັນ​ໄດ້​ນອນ​ໃນ​ອົກ​ຂອງ​ເຂົາ ແລະ​ເປັນ​ເຫມືອ​ນ​ລູກ​ສາວ​ຂອງ​ເຂົາ.