1 line
1.7 KiB
Plaintext
1 line
1.7 KiB
Plaintext
\v 24 ແມ້ແຕ່ຊາດົກພ້ອມຄົນເລວີທັງຫມົດ ທີ່ຫາມຫີບສັນຍາຂອງພຣະເຈົ້າກໍມາດ້ວຍ ພວກເຂົາໄດ້ວາງຫີບຂອງພຣະເຈົ້າລົງ ແລະແລ້ວອາບີອາທາກໍໄດ້ມາຮ່ວມກັບພວກເຂົາດ້ວຍ ພວກເຂົາໄດ້ຖ້າຈົນປະຊາຊົນທັງຫມົດໄດ້ຜ່ານອອກຈາກເມືອງໄປ \v 25 ກະສັດໄດ້ກ່າວກັບຊາດົກວ່າ “ຈົ່ງຫາມຫີບຂອງພຣະເຈົ້າກັບເຂົ້າໄປໃນເມືອງເຖີດ ຫາກວ່າພຣະຢາເວຊົງພໍໃຈເຮົາ ພຣະອົງຈະຊົງນຳເຮົາກັບ ແລະໃຫ້ເຮົາເຫັນທັງຫີບນັ້ນກັບທີ່ຢູ່ຂອງພຣະອົງ \v 26 ແຕຸຖ້າພຣະອົງກ່າວວ່າ‘ເຮົາບໍ່ພໍໃຈເຈົ້າ’ ເບິ່ງເຖີດ ເຮົາຢູ່ທີ່ນີ້ ຂໍພຣະອົງຊົງເຮັດກັບເຮົາຕາມທີ່ພຣະອົງຊົງເຫັນຊອບເຖີດ” |