\v 24 ແມ້​ແຕ່​ຊາ​ດົກ​ພ້ອມ​ຄົນ​ເລ​ວີ​ທັງ​ຫມົດ ທີ່​ຫາມ​ຫີບ​ສັນ​ຍາ​ຂອງ​ພ​ຣະ​ເຈົ້າ​ກໍ​ມາ​ດ້ວຍ ພວກ​ເຂົາ​ໄດ້​ວາງ​ຫີບ​ຂອງ​ພ​ຣະ​ເຈົ້າ​ລົງ ແລະ​ແລ້ວ​ອາ​ບີ​ອາ​ທາ​ກໍ​ໄດ້​ມາ​ຮ່ວມ​ກັບ​ພວກ​ເຂົາ​ດ້ວຍ ພວ​ກ​ເຂົາ​ໄດ້​ຖ້າ​ຈົນ​ປະ​ຊາ​ຊົນ​ທັງ​ຫມົດ​ໄດ້​ຜ່ານ​ອອກ​ຈາກ​ເມື​ອງ​ໄປ \v 25 ກະ​ສັດ​ໄດ້​ກ່າວ​ກັບ​ຊາ​ດົກ​ວ່າ “ຈົ່ງ​ຫາມ​ຫີບ​ຂອງ​ພ​ຣະ​ເຈົ້າ​ກັບ​ເຂົ​້າ​ໄປ​ໃນ​ເມືອງ​ເຖ​ີດ ຫາກວ່າ​ພ​ຣະ​ຢາ​ເວ​ຊົງ​ພໍ​ໃຈ​ເຮົາ ພ​ຣະ​ອົງ​ຈະ​ຊົງ​ນຳ​ເຮົາ​ກັບ ແລະ​ໃຫ້​ເຮົາ​ເຫັນ​ທັງ​ຫີບ​ນັ້​ນ​ກັບ​ທີ່​ຢູ່​ຂອງ​ພ​ຣະ​ອົງ \v 26 ແຕຸ​ຖ້າ​ພ​ຣະ​ອົງ​ກ່າວ​ວ່າ‘ເຮົາ​ບໍ່​ພໍ​ໃຈ​ເຈົ້າ’ ເບິ່ງ​ເຖີດ ເຮົາ​ຢູ່​ທີ່​ນີ້ ຂໍ​ພ​ຣະ​ອົງ​ຊົງ​ເຮັດ​ກັບ​ເຮົາ​ຕາມ​ທີ່​ພ​ຣະ​ອົງ​ຊົງ​ເຫັນ​ຊ​ອບ​ເຖີດ”