lo_2ki_text_ulb_l3/17/21.txt

1 line
1.6 KiB
Plaintext

\v 21 ພ​ຣະ​ອົງໄດ້ຊົງຈີກອິດສະຣາເອນຈາກຣາ​ຊະ​ວົງຂອງດາວິດ, ແລະພວກເຂົາໄດ້ຕັ້ງເຢ​ໂຣ​ໂບ​ອາມລູກຊາຍຂອງເນບັດໃຫ້ເປັນກະສັດ. ເຢ​ໂຣ​ໂບ​ອາມໄດ​ຊົງ​ຊັກນໍາອິດສະຣາເອນໄປຈາກການຕິດຕາມພຣະຢາເວ ແລະຊົງເຮັດໃຫ້ພວກເຂົາກະທຳບາບຢ່າງໃຫຍ່​ຫລວງ. \v 22 ປະຊາຊົນອິດສະຣາເອນໄດ້ເດີນໄປໃນຄວາມບາບທຸກຢ່າງຂອງເຢໂຣໂບອາມໄດ້ຊົງເຮັດ ພວກເຂົາບໍ່ໄດ້ປະຖິ້ມຈາກບາບເຫລົ່າ​ນັ້ນ​ເລີຍ, \v 23 ດັ່ງນັ້ນ ພຣະຢາເວໄດ້ຊົງ​ໃຫ້ຊາວອິດສະຣາເອນອອກໄປໃຫ້​ພົ້ນຈາກທີ່ປະທັບຂອງພ​ຣະອົງ, ຕາມທີ່​ກ່າວ​ທາງ​ບັນດາຜູ້​ປະ​ກາດ​ພ​ຣະ​ຄຳຜູ້ຮັບໃຊ້ຂອງພ​ຣະ​ອົງ. ດັ່ງນັ້ນຊາວອິດສະຣາເອນຈຶ່ງຖືກຢຶດເອົາຈາກດິນແດນຂອງຕົນໄປເປັ​ນ​ຊະ​ເລີຍໃນອັດຊີເຣຍ, ແລະຈົນເຖິງທຸກມື້ນີ້.