2019-11-30 02:35:25 +00:00
|
|
|
\v 21 ພຣະອົງໄດ້ຊົງຈີກອິດສະຣາເອນຈາກຣາຊະວົງຂອງດາວິດ, ແລະພວກເຂົາໄດ້ຕັ້ງເຢໂຣໂບອາມລູກຊາຍຂອງເນບັດໃຫ້ເປັນກະສັດ. ເຢໂຣໂບອາມໄດຊົງຊັກນໍາອິດສະຣາເອນໄປຈາກການຕິດຕາມພຣະຢາເວ ແລະຊົງເຮັດໃຫ້ພວກເຂົາກະທຳບາບຢ່າງໃຫຍ່ຫລວງ. \v 22 ປະຊາຊົນອິດສະຣາເອນໄດ້ເດີນໄປໃນຄວາມບາບທຸກຢ່າງຂອງເຢໂຣໂບອາມໄດ້ຊົງເຮັດ ພວກເຂົາບໍ່ໄດ້ປະຖິ້ມຈາກບາບເຫລົ່ານັ້ນເລີຍ, \v 23 ດັ່ງນັ້ນ ພຣະຢາເວໄດ້ຊົງໃຫ້ຊາວອິດສະຣາເອນອອກໄປໃຫ້ພົ້ນຈາກທີ່ປະທັບຂອງພຣະອົງ, ຕາມທີ່ກ່າວທາງບັນດາຜູ້ປະກາດພຣະຄຳຜູ້ຮັບໃຊ້ຂອງພຣະອົງ. ດັ່ງນັ້ນຊາວອິດສະຣາເອນຈຶ່ງຖືກຢຶດເອົາຈາກດິນແດນຂອງຕົນໄປເປັນຊະເລີຍໃນອັດຊີເຣຍ, ແລະຈົນເຖິງທຸກມື້ນີ້.
|