lo_2ki_text_ulb_l3/18/16.txt

1 line
1.9 KiB
Plaintext

\v 16 ແລ້ວເຮເຊກີຢາ​ຊົງໄດ້ລອກເອົາທອງຄຳຈາກປະຕູທັງ​ຫລາຍຂອງພ​ຣະວິຫານຂອງພຣະຢາເວ. ແລະຈາກເສົາປະ​ຕູ​ທັງ​ຫລາຍ​ເຊິ່ງເຮເຊກີຢາກະສັດແຫ່ງຢູດາໄດ້ຫໍ່ໄວ້; ພະ​ອົງໄດ້ມອບແກ່ກະສັດແຫ່ງອັດຊີເຣຍ. \v 17 ແຕ່ກະສັດແຫ່ງອັດຊີເຣຍໄດ້ຊົງສັ່ງໃຫ້ຍ້າຍກອງທັບອັນຍິ່ງໃຫຍ່ຂອງຕົນ, ໂດຍການສົ່ງຣາ​ທານ ແລະ ຮັບຊາຣິສ ແລະ ຜູ້ບັນຊາການໃຫຍ່ຈາກເມືອງ ລາກິດ ເພື່ອໄປພົບກະສັດເຮເຊກີ​ຢາທີ່​ນະ​ຄອນ ເຢຣູຊາເລັມ. ພວກເຂົາກໍໄດ້ຂຶ້ນໄປທາງຖະຫນົນ ແລະ ໄປຮອດທາງນອກນະຄອນ ເຢຣູຊາເລັມ. ພວກເຂົາຍ່າງທັບເຂົ້າມາໃກ້ບໍລິເວນທາງ​ເທິງຮ່ອງລະບາຍສະນ້ຳ, ເຊິ່ງເປັນເສັ້ນທາງຂອງການຊັກລ້າງ, ແລະ ໄດ້ຢຸດທັບຢູ່ທີ່ນັ້ນ. \v 18 ເມື່ອພວກເຂົາ​ຮ້ອງ​ຫາກະສັດເຮເຊກີຢາ, ອີ​ລີ​ຢາ​ກີມລູກຊາຍຂອງ ຮິນ​ກີ​ຢາ, ຜູ້ເຈົ້າ​ຫນ້າ​ທີໃນ​ຣາຊະວັງ, ເຊັບ​ນາ​ຣາ​ຊະ​ອາ​ລັກ; ແລະ ໂຢ​ອາ ລູກຊາຍຂອງອາ​ຊັບ, ຣາ​ຊເລຂາ, ໄດ້ອອກມາພົບ​ພວກ​ເຂົາ.