2019-12-04 00:45:04 +00:00
|
|
|
\v 16 ແລ້ວເຮເຊກີຢາຊົງໄດ້ລອກເອົາທອງຄຳຈາກປະຕູທັງຫລາຍຂອງພຣະວິຫານຂອງພຣະຢາເວ. ແລະຈາກເສົາປະຕູທັງຫລາຍເຊິ່ງເຮເຊກີຢາກະສັດແຫ່ງຢູດາໄດ້ຫໍ່ໄວ້; ພະອົງໄດ້ມອບແກ່ກະສັດແຫ່ງອັດຊີເຣຍ. \v 17 ແຕ່ກະສັດແຫ່ງອັດຊີເຣຍໄດ້ຊົງສັ່ງໃຫ້ຍ້າຍກອງທັບອັນຍິ່ງໃຫຍ່ຂອງຕົນ, ໂດຍການສົ່ງຣາທານ ແລະ ຮັບຊາຣິສ ແລະ ຜູ້ບັນຊາການໃຫຍ່ຈາກເມືອງ ລາກິດ ເພື່ອໄປພົບກະສັດເຮເຊກີຢາທີ່ນະຄອນ ເຢຣູຊາເລັມ. ພວກເຂົາກໍໄດ້ຂຶ້ນໄປທາງຖະຫນົນ ແລະ ໄປຮອດທາງນອກນະຄອນ ເຢຣູຊາເລັມ. ພວກເຂົາຍ່າງທັບເຂົ້າມາໃກ້ບໍລິເວນທາງເທິງຮ່ອງລະບາຍສະນ້ຳ, ເຊິ່ງເປັນເສັ້ນທາງຂອງການຊັກລ້າງ, ແລະ ໄດ້ຢຸດທັບຢູ່ທີ່ນັ້ນ. \v 18 ເມື່ອພວກເຂົາຮ້ອງຫາກະສັດເຮເຊກີຢາ, ອີລີຢາກີມລູກຊາຍຂອງ ຮິນກີຢາ, ຜູ້ເຈົ້າຫນ້າທີໃນຣາຊະວັງ, ເຊັບນາຣາຊະອາລັກ; ແລະ ໂຢອາ ລູກຊາຍຂອງອາຊັບ, ຣາຊເລຂາ, ໄດ້ອອກມາພົບພວກເຂົາ.
|