lo_2ki_text_ulb_l3/17/14.txt

1 line
1.3 KiB
Plaintext

\v 14 ແຕ່ພວກເຂົາບໍ່ຟັງ; ພວກເຂົາແຂງກະດ້າງຫລາຍຄືກັບບັນພະບຸລຸດຂອງພວກເຂົາຜູ້ທີ່ບໍ່ເຊື່ອວາງໃຈໃນພຣະຢາເວພຣະເຈົ້າຂອງພວກເຂົາ. \v 15 ພວກເຂົາໄດ້ປະຕິເສດກົດເກນ ແລະ ພັນທະສັນຍາຂອງພ​ຣະອົງ ເຊິ່ງພຣະອົງໄດ້ເຮັດກັບບັນພະບຸລຸດຂອງພວກເຂົາ, ລວມທັງຄຳຕັກເຕືອນທີ່ໄດ້ໃຫ້ແກ່ພວກເຂົາ. ພວກເຂົາທັງ​ຫລາຍໄດ້ຕິດຕາມສິ່ງທີ່ບໍ່ມີຄ່າ ແລະ ພວກເຂົາໄດ້ກາຍເປັນຄົນບໍ່ມີຄ່າໄປ. ພວກເຂົາໄດ້ຕິດຕາມຊົ​ນ​ຊາດ​ທີ່​ຢູ່ອ້ອມຂ້າງພວກ​ເຂົາ, ທີ່ບໍ່ໄດ້ນັບຖືພ​ຣະ​ເຈົ້າ ຊຶ່ງພຣະຢາເວໄດ້​ຊົງ​ຫ້າມບໍ່ໃຫ້ພວກເຂົາເອົາແບບພວກເຂົາເຫລົ່າ​ນັ້ນ.