1 line
1.3 KiB
Plaintext
1 line
1.3 KiB
Plaintext
|
\v 14 ແຕ່ພວກເຂົາບໍ່ຟັງ; ພວກເຂົາແຂງກະດ້າງຫລາຍຄືກັບບັນພະບຸລຸດຂອງພວກເຂົາຜູ້ທີ່ບໍ່ເຊື່ອວາງໃຈໃນພຣະຢາເວພຣະເຈົ້າຂອງພວກເຂົາ. \v 15 ພວກເຂົາໄດ້ປະຕິເສດກົດເກນ ແລະ ພັນທະສັນຍາຂອງພຣະອົງ ເຊິ່ງພຣະອົງໄດ້ເຮັດກັບບັນພະບຸລຸດຂອງພວກເຂົາ, ລວມທັງຄຳຕັກເຕືອນທີ່ໄດ້ໃຫ້ແກ່ພວກເຂົາ. ພວກເຂົາທັງຫລາຍໄດ້ຕິດຕາມສິ່ງທີ່ບໍ່ມີຄ່າ ແລະ ພວກເຂົາໄດ້ກາຍເປັນຄົນບໍ່ມີຄ່າໄປ. ພວກເຂົາໄດ້ຕິດຕາມຊົນຊາດທີ່ຢູ່ອ້ອມຂ້າງພວກເຂົາ, ທີ່ບໍ່ໄດ້ນັບຖືພຣະເຈົ້າ ຊຶ່ງພຣະຢາເວໄດ້ຊົງຫ້າມບໍ່ໃຫ້ພວກເຂົາເອົາແບບພວກເຂົາເຫລົ່ານັ້ນ.
|