1 line
2.1 KiB
Plaintext
1 line
2.1 KiB
Plaintext
\v 7 ສ່ວນຮູບແກະສະຫລັກຂອງອາເຊຣາທີ່ພອົງໄດ້ຊົງສ້າງນັ້ນ, ພະອົງໄດ້ຊົງຕັ້ງໄວ້ໃນພຣະະວິຫານ. ເຊິ່ງພຣະວິຫານນີ້ພຣະຢາເວໄດ້ກ່າວກັບດາວິດ ແລະ ຊາໂລໂມນລູກຊາຍຂອງພະອົງວ່າ; “ໃນວິຫານນີ້ ແລະ ໃນນະຄອນເຢຣູຊາເລັມ, ເຊິ່ງຂ້າພະເຈົ້າໄດ້ເລືອກອອກຈາກຊົນເຜົ່າທັງຫມົດຂອງນະຄອນອິດສະຣາເອນທັງຫມົດ, ທີ່ຂ້າພະເຈົ້າຈະໃສ່ຊື່ຂອງຂ້າພະເຈົ້າຕະຫຼອດໄປ. \v 8 ຂ້າພະເຈົ້າຈະບໍ່ເປັນເຫດໃຫ້ຕີນຂອງອິດສະຣາເອນພະເນຈອນອອກຈາກແຜ່ນດິນທີ່ຂ້າພະເຈົ້າໄດ້ມອບໃຫ້ກັບບັນພະບຸລຸດຂອງພວກເຂົາອີກ, ຖ້າພຽງແຕ່ພວກເຂົາລະມັດລະວັງທີ່ຈະປະຕິບັດຕາມທຸກສິ່ງທີ່ຂ້າພະເຈົ້າໄດ້ສັ່ງພວກເຂົາ, ແລະປະຕິບັດຕາມທຳບັນຍັດທຸກຢ່າງທີ່ໂມເຊຜູ້ຮັບໃຊ້ຂອງຂ້າພະເຈົ້າໄດ້ສັ່ງພວກເຂົາ.” \v 9 ແຕ່ປະຊາຊົນບໍ່ຍອມຟັງ, ແລະ ມານາເຊໄດ້ຊົງນຳພວກເຂົາໃຫ້ຫລົງໄປໃນທາງທີ່ຊົ່ວຮ້າຍກວ່າບັນດາປະຊາຊາດ ເຊິ່ງພຣະຢາເວໄດ້ຊົງທຳລາຍໃຫ້ພົ້ນຫນ້າປະຊາຊົນອິດສະຣາເອນ. |