\v 7 ສ່ວນຮູບແກະສະຫລັກຂອງອາເຊຣາທີ່ພ​ອົງໄດ້ຊົງສ້າງນັ້ນ, ພະ​ອົງ​ໄດ້​ຊົງຕັ້ງໄວ້ໃນພຣະະ​ວິ​ຫານ. ເຊິ່ງ​ພ​ຣະ​ວິ​ຫານນີ້ພຣະຢາເວໄດ້ກ່າວກັບດາວິດ ແລະ ຊາໂລໂມນລູກຊາຍຂອງພ​ະ​ອົງວ່າ; “ໃນວິ​ຫານນີ້ ແລະ ໃນນະ​ຄອນເຢຣູຊາເລັມ, ເຊິ່ງຂ້າພະເຈົ້າໄດ້ເລືອກອອກຈາກຊົນເຜົ່າທັງ​ຫມົດ​ຂອງ​ນະ​ຄອນອິດສະຣາເອນທັງຫມົດ, ທີ່​ຂ້າ​ພະ​ເຈົ້າຈະໃສ່ຊື່ຂອງຂ້າ​ພະ​ເຈົ້າຕະຫຼອດໄປ. \v 8 ຂ້າ​ພະ​ເຈົ້າຈະບໍ່ເປັນ​ເຫດໃຫ້ຕີນຂອງອິດສະຣາເອນພະ​ເນ​ຈອນ​ອອກຈາກແຜ່ນດິນທີ່ຂ້າພະ​ເຈົ້າໄດ້ມອບໃຫ້ກັບບັນພະບຸລຸດຂອງພວກເຂົາອີກ, ຖ້າພຽງແຕ່ພວກເຂົາລະມັດລະວັງທີ່ຈະປະຕິບັດຕາມທຸກສິ່ງທີ່ຂ້າ​ພະ​ເຈົ້າໄດ້ສັ່ງພວກເຂົາ, ແລະປະຕິບັດຕາມທຳ​ບັນຍັດທຸກຢ່າງທີ່ໂມເຊຜູ້ຮັບໃຊ້ຂອງຂ້າ​ພະ​ເຈົ້າໄດ້ສັ່ງພວກເຂົາ.” \v 9 ແຕ່ປະຊາຊົນບໍ່ຍອມຟັງ, ແລະ ມານາ​ເຊໄດ້ຊົງນຳພວກເຂົາໃຫ້​ຫລົງໄປໃນທາງທີ່ຊົ່ວຮ້າຍກວ່າບັນ​ດາປະຊາຊາດ ເຊິ່ງພຣະຢາເວໄດ້ຊົງທຳລາຍໃຫ້​ພົ້ນ​ຫນ້າປະຊາຊົນອິດສະຣາເອນ.