1 line
1.7 KiB
Plaintext
1 line
1.7 KiB
Plaintext
\v 4 ກະສັດໄດ້ສັ່ງໃຫ້ຮິນກີຢາປະໂຣຫິດໃຫຍ່, ແລະ ພວກປະໂຣຫິດທີ່ຮອງລົງມາ, ແລະ ຜູ້ເຝົ້າປະຕູໃຫ້ນຳເຄື່ອງໃຊ້ທັງຫມົດທີ່ເຮັດຂື້ນສຳລັບພະບາອານ ສຳລັບພະອາເຊຣາ ແລະ ສຳລັບດວງດາວຂອງທ້ອງຟ້າທັງຫມົດ. ທີ່ອອກມາຈາກພຣະວິຫານຂອງພຣະຢາເວ, ພະອົງກໍໄດ້ເຜົາຜານໄປຢູ່ນອກນະຄອນເຢຣູຊາເລັມໃນເຂດທົ່ງນາແຫ່ງຮ່ອມພູເຂົາກິດໂຣນ ແລະ ໄດ້ຊົງເອົາຂີ້ເຖົ່າຂອງມັນໄປທີ່ເມືອງເບັດເອນ. \v 5 ພະອົງໄດ້ຊົງກຳຈັດພວກນັກບວດຂອງຮູບເຄົາລົບ ຜູ້ທີ່ບັນດາກະສັດແຫ່ງຢູດາໄດ້ແຕ່ງຕັ້ງໃຫ້ເຜົາເຄື່ອງຫອມຢູ່ສະຖານສູງ ໃນເມືອງຕ່າງໆຂອງຢູດາ ແລະ ທົ່ວໆນະຄອນເຢຣູຊາເລັມ-ລວມທັງຄົນເຫລົ່ານັ້ນທີ່ຈູດເຄື່ອງຫອມຖວາຍພະບາອານ, ຖວາຍດວງອາທິດ, ດວງຈັນ, ດາວເຄາະ, ແລະ ຫມູ່ດາວທັງຫມົດຂອງທ້ອງຟ້າ. |