\v 4 ກະສັດໄດ້ສັ່ງໃຫ້ຮິນ​ກີ​ຢາປະໂຣຫິດໃຫຍ່, ແລະ ພວກປະໂຣຫິດທີ່ຮອງ​ລົງມາ, ແລະ ຜູ້ເຝົ້າປະຕູໃຫ້ນຳເຄື່ອງໃຊ້ທັງ​ຫມົດທີ່ເຮັດຂື້ນສຳລັບພະບາອານ ສຳ​ລັບ​ພະ​ອາ​ເຊ​ຣາ ແລະ ສຳລັບດວງ​ດາວຂອງ​ທ້ອງ​ຟ້າ​ທັງ​ຫມົດ. ທີ່ອອກມາຈາກພ​ຣະວິຫານຂອງພຣະຢາເວ, ພ​ະ​ອົງ​ກໍໄດ້ເຜົາຜານໄປຢູ່ນອກນະ​ຄອນເຢຣູຊາເລັມໃນເຂດທົ່ງນາແຫ່ງ​ຮ່ອມພູ​ເຂົາກິດໂຣນ ແລະ ໄດ້ຊົງເອົາຂີ້ເຖົ່າຂອງມັນໄປທີ່ເມືອງເບັດເອນ. \v 5 ພະ​ອົງໄດ້ຊ​ົງກຳ​ຈັດ​ພວກ​ນັກ​ບວດ​ຂອງຮູບເຄົາ​ລົບ ຜູ້ທີ່ບັນ​ດາກະສັດແຫ່ງຢູດາໄດ້ແຕ່ງຕັ້ງໃຫ້ເຜົາເຄື່ອງຫອມຢູ່ສະຖານສູງ ໃນເມືອງຕ່າງໆຂອງຢູດາ ແລະ ທົ່ວໆ​ນະ​ຄອນເຢຣູຊາເລັມ-ລວມທັງຄົນ​ເຫລົ່າ​ນັ້ນທີ່ຈູດເຄື່ອງ​ຫອມ​ຖວາຍພະບາອານ, ຖວາຍດວງອາທິດ, ດວງຈັນ, ດາວເຄາະ, ແລະ ຫມູ່ດາວທັງ​ຫມົດຂອງທ້ອງ​ຟ້າ.