1 line
1.4 KiB
Plaintext
1 line
1.4 KiB
Plaintext
\v 12 ໃນເວລານັ້ນ ເມໂຣດັກບາລາດານ ລູກຊາຍຂອງບາລາດານກະສັດແຫ່ງບາບີໂລນ ໄດ້ຊົງສົ່ງຈົດຫມາຍ ແລະ ຂອງຂວັນມາໃຫ້ແກ່ເຮເຊກີຢາ, ເພາະພະອົງຊົງໄດ້ຍິນວ່າເຮເຊກີຢາຊົງເຈັບປ່ວຍ. \v 13 ເຮເຊກີຢາໄດ້ຊົງຟັງຈົດຫມາຍເຫລົ່ານັ້ນ, ແລະຊົງໄດ້ພາພວກຜູ້ສົ່ງຂ່າວໄປເບີ່ງຄັງຊັບສົມບັດທັງຫມົດຂອງພະອົງ, ເພື່ອໃຫ້ເບິ່ງເງິນ, ທອງຄຳ, ເຄື່ອງເທດ ແລະ ນ້ຳມັນຢ່າງດີ, ແລະ ຄັງອາວຸດຂອງພະອົງ, ແລະໃຫ້ເບິ່ງທຸກຢ່າງທີ່ມີຢູ່ໃນຄັງຂອງພະອົງ. ບໍ່ມີສິ່ງໃດຢູ່ໃນພະຣາດຊະວັງ, ຫລື ໃນຣາຊະອານາຈັກທັງຫມົດຂອງພະອົງ, ເຊິ່ງເຮເຊກີຢາບໍ່ໄດ້ເປີດເຜີຍແກ່ພວກພະອົງ. |