\v 12 ໃນເວລານັ້ນ ເມໂຣ​ດັກ​ບາ​ລາ​ດານ ລູກຊາຍຂອງບາລາດານກະສັດແຫ່ງບາບີໂລນ ໄດ້​ຊົງສົ່ງຈົດຫມາຍ ແລະ ຂອງຂວັນມາໃຫ້ແກ່ເຮເຊກີຢາ, ເພາະພະ​ອົງຊົງໄດ້ຍິນວ່າເຮເຊກີຢາ​ຊົງເຈັບປ່ວຍ. \v 13 ເຮເຊກີຢາໄດ້ຊົງຟັງຈົດຫມາຍ​ເຫລົ່າ​ນັ້ນ, ແລະຊົງໄດ້ພາ​ພວກຜູ້ສົ່ງຂ່າວໄປເບີ່ງຄັງຊັບສົມບັດທັງຫມົດຂອງພະ​ອົງ, ເພື່ອໃຫ້ເບິ່ງເງິນ, ທອງຄຳ, ເຄື່ອງເທດ ແລະ ນ້ຳມັນຢ່າງດີ, ແລະ ຄັງອາວຸດຂອງ​ພະ​ອົງ, ແລະໃຫ້ເບິ່ງທຸກຢ່າງທີ່ມີຢູ່ໃນຄັງຂອງພະ​ອົງ. ບໍ່ມີສິ່ງ​ໃດຢູ່ໃນພ​ະຣາ​ດຊະວັງ, ຫລື ໃນຣາ​ຊະອານາຈັກທັງຫມົດຂອງພະ​ອົງ, ເຊິ່ງເຮເຊກີຢາບໍ່ໄດ້ເປີດເຜີຍແກ່ພວກພະ​ອົງ.