lo_2ch_text_ulb_l3/06/16.txt

1 line
1.4 KiB
Plaintext
Raw Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 16 ຂ້າແດ່ພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນ, ບັດນີ້ຂໍຊົງດຳຣົງຢູ່ກັບຜູ້ຮັບໃຊ້ຂອງພຣະອົງ ຄື ດາວິດ ບິດາຂອງຂ້າພະອົງ, ຕາມທີ່ພຣະອົງຊົງສັນຍາໄວ້ກັບເພິ່ນວ່າ, ‘ຖ້າລູກຫລານທັງຫລາຍຂອງເຈົ້າ ລະມັດຣະວັງ ໃນການດຳເນີນຊີວິດຂອງພວກເຂົາ ໂດຍດຳເນີນຕາມພຣະບັນຍັດຂອງເຮົາ ຄືທີ່ເຈົ້າໄດ້ດຳເນີນຕໍ່ຫນ້າເຮົານັ້ນ ເຈົ້າຈະບໍ່ຂາດຊາຍຜູ້ຫນຶ່ງໃນສາຍຕາຂອງເຮົາທີ່ຈະນັ່ງເທິງບັນລັງຂອງອິສະຣາເອນ. \v 17 ສະນັ້ນ, ຂ້າແດ່ພຣະເຈົ້າແຫ່ງອິສະຣາເອນ, ຂ້າພະເຈົ້າອະທິຖານ ຂໍໃຫ້ພຣະສັນຍາຂອງພຣະອົງຈົ່ງດຳຣົງຢູ່ ຊຶ່ງພຣະອົງໄດ້ສັນຍາກັບດາວິດ ຜູ້ຮັບໃຊ້ຂອງພຣະອົງຈະເປັນຈິງ.