\v 16 ຂ້າແດ່ພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນ, ບັດນີ້ຂໍຊົງດຳຣົງຢູ່ກັບຜູ້ຮັບໃຊ້ຂອງພຣະອົງ ຄື ດາວິດ ບິດາຂອງຂ້າພະອົງ, ຕາມທີ່ພຣະອົງຊົງສັນຍາໄວ້ກັບເພິ່ນວ່າ, ‘ຖ້າລູກຫລານທັງຫລາຍຂອງເຈົ້າ ລະມັດຣະວັງ ໃນການດຳເນີນຊີວິດຂອງພວກເຂົາ ໂດຍດຳເນີນຕາມພຣະບັນຍັດຂອງເຮົາ ຄືທີ່ເຈົ້າໄດ້ດຳເນີນຕໍ່ຫນ້າເຮົານັ້ນ ເຈົ້າຈະບໍ່ຂາດຊາຍຜູ້ຫນຶ່ງໃນສາຍຕາຂອງເຮົາທີ່ຈະນັ່ງເທິງບັນລັງຂອງອິສະຣາເອນ.’ \v 17 ສະນັ້ນ, ຂ້າແດ່ພຣະເຈົ້າແຫ່ງອິສະຣາເອນ, ຂ້າພະເຈົ້າອະທິຖານ ຂໍໃຫ້ພຣະສັນຍາຂອງພຣະອົງຈົ່ງດຳຣົງຢູ່ ຊຶ່ງພຣະອົງໄດ້ສັນຍາກັບດາວິດ ຜູ້ຮັບໃຊ້ຂອງພຣະອົງຈະເປັນຈິງ.