lo_2ch_text_ulb_l3/03/13.txt

1 line
1.6 KiB
Plaintext
Raw Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 13 ປີກຂອງເຄຣຸບເຫລົ່ານີ້ກາງອອກຊາວສອກ. ເຄຣຸບທັງສອງນັ້ນຢືນດ້ວຍຕີນທັງສອງຂ້າງຂອງຕົນ, ຫັນຫນ້າໄປທາງຫ້ອງໂຖງ. \v 14 ພະອົງຊົງສ້າງຜ້າກັ້ງ ດ້ວຍຜ້າສີຟ້າ, ສີມ່ວງ, ແລະ ສີແດງເຂັ້ມ ແລະ ຜ້າປ່ານເນື້ອລະອຽດ, ແລະ ປັກຮູບເຄຣຸບໄວ້ເທິງນັ້ນ. \v 15 ຂ້າງຫນ້າພຣະວິຫານ ພະອົງຊົງສ້າງເສົາສອງຕົ້ນ, ສູງສາມສິບຫ້າສອກ, ມີບົວລົ້ມສູງຫ້າສອກຢູ່ເທິງປາຍເສົາແຕ່ລະຕົ້ນ. \v 16 ພະອົງຊົງເຮັດລູກໂສ້ຄືໃນຫ້ອງຫລັງຕິດໄວ້ທີ່ປາຍເສົາ; ຊົງເຮັດທັບທິມຫນຶ່ງຮ້ອຍໜ່ວຍແຂວນໄວ້ທີ່ໂສ້. \v 17 ພະອົງຊົງຕັ້ງເສົາໄວ້ຫນ້າພຣະວິຫານ, ເບື້ອງຂວາຕົ້ນຫນຶ່ງ, ແລະ ອີກຕົ້ນຫນຶ່ງເບື້ອງຊ້າຍ; ຕົ້ນເບື້ອງຂວານັ້ນ ພະອົງຊົງຕັ້ງຊື່ວ່າ ຢາກິນ, ແລະ ຕົ້ນເບື້ອງຊ້າຍວ່າ ໂບອາດ.