\v 13 ປີກຂອງເຄຣຸບເຫລົ່ານີ້ກາງອອກຊາວສອກ. ເຄຣຸບທັງສອງນັ້ນຢືນດ້ວຍຕີນທັງສອງຂ້າງຂອງຕົນ,​ ຫັນຫນ້າໄປທາງຫ້ອງໂຖງ. \v 14 ພະອົງຊົງສ້າງຜ້າກັ້ງ ດ້ວຍຜ້າສີຟ້າ, ສີມ່ວງ, ແລະ ສີແດງເຂັ້ມ ແລະ ຜ້າປ່ານເນື້ອລະອຽດ, ແລະ ປັກຮູບເຄຣຸບໄວ້ເທິງນັ້ນ. \v 15 ຂ້າງຫນ້າພຣະວິຫານ ພະອົງຊົງສ້າງເສົາສອງຕົ້ນ, ສູງສາມສິບຫ້າສອກ, ມີບົວລົ້ມສູງຫ້າສອກຢູ່ເທິງປາຍເສົາແຕ່ລະຕົ້ນ. \v 16 ພະອົງຊົງເຮັດລູກໂສ້ຄືໃນຫ້ອງຫລັງຕິດໄວ້ທີ່ປາຍເສົາ; ຊົງເຮັດທັບທິມຫນຶ່ງຮ້ອຍໜ່ວຍແຂວນໄວ້ທີ່ໂສ້. \v 17 ພະອົງຊົງຕັ້ງເສົາໄວ້ຫນ້າພຣະວິຫານ, ເບື້ອງຂວາຕົ້ນຫນຶ່ງ, ແລະ ອີກຕົ້ນຫນຶ່ງເບື້ອງຊ້າຍ; ຕົ້ນເບື້ອງຂວານັ້ນ ພະອົງຊົງຕັ້ງຊື່ວ່າ ຢາກິນ,​ ແລະ ຕົ້ນເບື້ອງຊ້າຍວ່າ ໂບອາດ.