3.6 KiB
ໂປໂລ
ພາສາຂອງທ່ານອາດຈະມີວິທີການໂດຍສະເພາະທີ່ຈະແນະນຳຜູ້ຂຽນຈົດຫມາຍ ແປໄດ້ອີກຢ່າງວ່າ: "ຂ້າພຣະເຈົ້າເປົາໂລຂຽນຈົດຫມາຍສະບັບນີ້"(1:7). ທ່ານອາດຈະບອກດ້ວຍວ່າຈົດຫມາຍສະບັບນີ້ຂຽນເຖິງໃຜ (See: rc://*/ta/man/translate/figs-explicit)
ໄດ້ຮັບການຊົງເອີ້ນໃຫ້ເປັນອັກຄະທູດ ແລະຕັ້ງໄວ້ໃຫ້ປະກາດຂ່າວປະເສີດຂອງພຣະເຈົ້າ.
ທ່ານອາດຈະແປຂໍ້ຄວາມນີ້ໃນຮູບປະທານເປັນຜູ້ກະທຳ ແປໄດ້ອີກຢ່າງວ່າ: "ພຣະເຈົ້າໄດ້ຊົງເອີ້ນຂ້າພຣະເຈົ້າໃຫ້ເປັນອັກຄະສາວົົກແລະເລືອກຂ້າພຣະເຈົ້າໃຫ້ບອກກ່າວແກ່ຜູ້ຄົນໃນເລື່ອງຂ່າວປະເສີດ"(ເບິ່ງ: rc://*/ta/man/translate/figs-activepassive)
ໄດ້ຮັບການຊົງເອີ້ນ
ຄຳເວົ້ານີ້ຫມາຍຄວາມວ່າ ພຣະເຈົ້າໄດ້ຊົງແຕ່ງຕັ້ງຫຼືເລືອກຜູ້ຄົນໃຫ້ເປັນບຸດຂອງພຣະອົງໃຫ້ເປັນຜູ້ຮັບໃຊ້ຂອງພຣະອົງແລະຜູ້ປະກາດຂ່າວແຫ່ງຄວາມລອດຂອງພຣະອົງຜ່ານທາງພຣະເຢຊູ.
ນີ້ເປັນຂ່າວປະເສີດທີ່ພຣະອົງໄດ້ຊົງສັນຍາໄວ້ລ່ວງໜ້າໂດຍທາງບັນດາຜູ້ເຜີຍພຣະທຳຂອງພຣະອົງໃນພຣະຄຳພີ.
ພຣະເຈົ້າຊົງສັນຍາແກ່ປະຊາກອນຂອງພຣະອົງວ່າພຣະອົງຈະຊົງກໍ່ຕັ້ງອານາຈັກຂອງພຣະອົງ ພຣະອົງຊົງບອກໃຫ້ແກ່ຜູ້ເຜີຍພຣະຄຳໃຫ້ຂຽນພຣະສັນຍາເຫຼົ່ນີ້ໄວ້ໃນພຣະຄຳພີ.
ຂ່າວປະເສີດນັ້ນກ່ຽວກັບພຣະບຸດຂອງພຣະອົງ
ຂໍ້ຄວາມນີ້ຫມາຍເຖິງ "ຂ່າວປະເສີດຂອງພຣະເຈົ້າ" ຂ່າວດີທີ່ວ່າພຣະເຈົ້າໄດ້ຊົງສັນຍາທີ່ຈະສົ່ງພຣະບຸດຂອງພຣະອົງເຂົ້າມາໃນໂລກ.
ພຣະບຸດ
ນີ້ເປັນຊື່ເອີ້ນທີ່ສຳຄັນຂອງພຣະເຢຊູ ພຣະບຸດຂອງພຣະເຈົ້າ(ເບິ່ງ: rc://*/ta/man/translate/guidelines-sonofgodprinciples)
ຜູ້ທີ່ໄດ້ຊົງບັງເກີດຈາກເຊື້ອສາຍຂອງດາວິດໂດຍທາງເນື້ອຫນັງ.
ບ່ອນນີ້ຄຳວ່າ "ເນື້ອຫນັງ"ຫມາຍເຖິງຮ່າງກາຍທາງກາຍຍະພາບ ແປໄດ້ອີກຢ່າງໜຶ່ງວ່າ "ຜູ້ເປັນເຊື້ອສາຍຂອງດາວິດ"(ເບິ່ງ: rc://*/ta/man/translate/figs-explicit)